ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ມອບ​ເງິນ 150 ຕື້ ດົ່ງ (ປະ​ມານ 6,4 ລ້ານ USD) ສະ​ໜັບ​ສະ​ໜູນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 ໃຫ້​ແກ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ

(VOVWORLD) - ຈາກແຫຼ່ງງົບປະມານຂົນຂວາຍບໍລິຈາກໃຫ້ແກ່ການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໂດຍຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ປຸກລະດົມ ແລະ ຮັບເງິນບໍລິຈາກດັ່ງກ່າວ, ວັນທີ 8 ເມສາ, ທ່ານ ເຈິ່ນແທັງເໝິນ
ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ມອບ​ເງິນ 150 ຕື້ ດົ່ງ (ປະ​ມານ 6,4 ລ້ານ USD) ສະ​ໜັບ​ສະ​ໜູນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 ໃຫ້​ແກ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ - ảnh 1

ທ່ານ ເຈິ່ນແທັງເໝີນປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ມອບເງິນບໍລິຈາກໃຫ້ແກ່ທ່ານ ຫງວຽນແທັງລອງຮອງລັດຖະມົນຕີ ຜູ້ປະຈຳການກະຊວງສາທາລະນະສຸກ (ແນວໂຮມປະເທດຊາດ ຫວຽດນາມ)

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມໄດ້ຈັດແບ່ງເງິນຄັ້ງທີ 1 ຈຳນວນເງິນ 150 ຕື້ ດົ່ງໃຫ້ແກ່ກະຊວງສາທາລະນະສຸກ ຫວຽດນາມ ເພື່ອຊື້ວັດຖຸອຸປະກອນການແພດ ຮັບໃຊ້ວຽກງານປ້ອງກັນ, ສະກັດກັ້ນ ໂລກລະບາດ Covid – 19. ກ່າວຄຳເຫັນທີ່ເຫດການ, ທ່ານ ເຈິ່ນແທັງເໝິນຢັ້ງຢືນວ່າ:

ການເຄື່ອນໄຫວຄັ້ງນີ້ແມ່ນເພື່ອໃຫ້ບັນດາໜ່ວຍງານ, ບຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດເຫັນໄດ້ຄວາມເປີດເຜີຍ, ໂປ່ງໃສ. ແນວໂຮມປະເທດຊາດ ໄດ້ຮັບ ເງິນບໍລິາກ ແລ້ວ ຈະສົ່ງໃຫ້ກະຊວງສາທາລະນະສຸກໃນແຕ່ລະຄັ້ງ ເພື່ອໃຫ້ກະຊວງສາທາລະນະສຸກຮັບໃຊ້ຄວາມຮຽກຮ້ອງຕ້ອງການຊື້ອຸປະກອນການແພດ. ພວກຂ້າພະເຈົ້າໄດ້ຄຸ້ມຄອງແຫຼ່ງເງິນ, ເຄື່ອງຊ່ວຍເຫຼືອດັ່ງກ່າວນັ້ນ ຢ່າງແໜ້ນແຟ້ນ ເພື່ອສົ່ງເຖິງເປົ້າໝາຍ. ເຄື່ອງຊ່ວຍເຫຼືອທີ່ຈຳເປັນ ແມ່ນໄດ້ສົ່ງໄປຍັງກະຊວງປ້ອງກັນປະເທດ ແລະ ກະຊວງຕຳຫຼວດແລ້ວ. ວັດຖຸ, ອຸປະກອນການແພດ ແລະ ເງິນ ໄດ້ສົ່ງໄປຍັງກະຊວງສາທາລະນະສຸກ ຖືກຕາຄຳໝັ້ນສັນຍາກັບວິສາຫະກິດ ແລະ ບຸກຄົນ.  

ທີ່ພິມີມອບ - ຮັບ, ທ່ານ ຫງວຽນແທັງລອງ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຫວຽດນາມ ໄດ້  ຕາງໜ້າໃຫ້ແກ່ບັນດາຜູ້ທີ່ປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ສະແດງຄວາມຂອບໃຈຕໍ່ແນວໂຮມປະເທດຊາດ ຫວຽດນາມ, ບັນດາອົງການການເມືອງ -ສັງຄົມ, ບັນດາວິສາຫະກິດ, ຜູ້ໃຈບຸນໃຈກຸສົນ ແລະ ທົ່ວປວງຊົນທັງຊາດ ໄດ້ຮ່ວມແຮງຮ່ວມໃຈໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid - 19

ຕອບກັບ

ຂ່າວ/ບົດ​ອື່ນ