ຄະນະກຳມະການສັນຕິພາບຫວຽດນາມຜັນຂະຫຍາຍໜ້າທີ່ປີ2017

ຄະນະກຳມະການສັນຕິພາບຫວຽດນາມຜັນຂະຫຍາຍໜ້າທີ່ປີ2017 - ảnh 1
ທ່ານ​ ອວງຈູ​ລື​ວ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ
 ປະທານ​ຄະນະ​ກຳມະການ​ສັນຕິພາບ ຫວຽດນາມ
(ພາບ: ອິນເຕີແນັດ)

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 19/12 ຢູ່ ຮ່າ​ໂນ້ຍ, ຄະນະ​ກຳມະການ​ສັນຕິພາບ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ​ປີ 2016, ຜັນ​ຂະຫຍາຍ​ວຽກ​ງານ​ປີ 2017; ກ່າວ​ຄຳ​ເຫັນ​ທີ່​ພິທີ​​ໄຂ​ກອງ​ປະຊຸມ, ທ່ານ​ ອວງຈູ​ລື​ວ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ, ປະທານ​ຄະນະ​ກຳມະການ​ສັນຕິພາບ ຫວຽດນາມ ຕີ​ລາຄາ​ວ່າ: ປີ 2016 ຄະນະ​ກຳມະການ​ສືບ​ຕໍ່​ເຂົ້າ​ຮ່ວມ ​ແລະ ມີ​ບົດບາດ​ຢ່າງ​ຕັ້ງໜ້າ​ໃນ​ບັນດາ​ເວທີ​ປາ​ໄສ​ປະຊາຊົນ​ຫລາຍ​ຝ່າຍ, ​ເຄືອ​ຂ່າຍ​ພາກ​ພື້ນ ​ແລະ ສາກ​ົນ; ຮັກສາ ​ແລະ ​ເປີ​ດກ້ວາງ​ການ​ພົວພັນ​ຄູ່​ຮ່ວມ​ມື​ກັບ​ບັນດາ​ອົງການ​ສັນຕິພາບ ​ແລະ ກ້າວໜ້າ; ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ປະສົບ​ການ​ກັບ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ສັນຕິພາບ. ຄຽງ​ຂ້າງ​ນັ້ນ ຄະນະ​ກຳມະການ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ພາຍ​ໃນ​ປະ​ເທດ​ຈຳນວນ​ໜຶ່ງ, ​ໃນ​ນັ້ນ​ມີ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ບົດບາດ​ສັນຕິພາບ​ສຳລັບ​ສິດທິ​ມະນຸດ…​ເຖິງ​ຢ່າງ​ໃດ​ກໍ່ຕາມ, ນອກ​ຈາກ​ໝາກຜົນ​​ທີ່ບັນລຸ​ໄດ້​ຢ່າງ​ໜ້າ​ຊື່ນຊົມ, ຄະນະ​ກຳມະການ​ຍັງ​ບໍ່​ທັນ​ປະຕິບັດ​​​ໄດ້​​ການ​ເຄື່ອນ​ໄຫວບາງ​ຢ່າງທີ່​ໄດ້​ວາງ​ອອກ​ໃນ​ປີ 2016. ຄະນະ​ກຳມະການ​ສັນຕິພາບ ຫວຽດນາມ ​ເປັນ​ເອກະ​ພາບ​ຕໍ່​ບາງ​ໜ້າ​ທີ່​ຈຸດ​ສຸມ​ປີ 2017 ຄື: ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ ​ແລະ ​ເປີດ​ກ້ວາງ​ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ອື່ນ​, ເຂົ້າ​ຮ່ວມ ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ສັນຕິພາບ​​ໂລກຢ່າງມີ​ຄວາມ​ຮັບຜິດຊອບ​, ສົມທົບ​ ​ແລະ ເຂົ້າ​ຮ່ວມ​​ບັນດາ​ເວທີ​ປາ​ໄສ​ປະຊາຊົນ​ຫລາຍ​ຝ່າຍຢ່າງ​ມີ​ປະສິດທິ​ຜົນ, ຍູ້​ແຮງ​ວຽກ​ງານ​ໂຄສະນາ ​ແລະ ສຶກສາ​​ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ​ກ່ຽວ​ກັບ​ບັນຫາ​ສັນຕິພາບ ​ແລະ ບັນດາ​ການ​ເຄື່ອນ​​ໄຫວ​ທີ່​ກ່ຽວຂ້ອງ; ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ຄົ້ນຄວ້າ, ພິ​ເສດ​ແມ່ນ​ກ່ຽວ​ກັບ​ບັນຫາ​ສັນຕິພາບ ​ແລະ ສິດທິ​ມະນຸດ.

ຂ່າວ/ບົດ​ອື່ນ