ຄ​ະ​ນະ​ກຳ​ມະ​ການ​ສະ​ພາ​ກາ​ແດງ​ສາ​ກົນ ຢັ້ງ​ຢືນ​ຄຳ​ໝັ້​ນ​ສັນ​ຍາ​ໜູນ​ຊ່ວຍ ສ​ປ​ປ.ເກົາຫຼີ

(VOVWORLD) -ຄະນະກຳມະການສະພາກາແດງສາກົນ (ICRC) ຍັງສືບຕໍ່ໃຫ້ຄຳໝັ້ນສັນຍາຈະໃຫ້ການຊ່ວຍເຫຼືອມະນຸດສະທຳໃຫ້ແກ່ ສປປ.ເກົາຫຼີ ແລະ ພ້ອມແລ້ວທີ່ຈະເຊື່ອມຕໍ່ບັນດາໂຄງການທີ່ຖືກໂຈະໄວ້ຢູ່ປະເທດນີ້ໃນທັນທີ ພາຍຫຼັງທີ່ສະພາບການໂລກລະບາດໂຄວິດ - 19 ມີສັນຍານດີຂຶ້ນ. 
ຄ​ະ​ນະ​ກຳ​ມະ​ການ​ສະ​ພາ​ກາ​ແດງ​ສາ​ກົນ ຢັ້ງ​ຢືນ​ຄຳ​ໝັ້​ນ​ສັນ​ຍາ​ໜູນ​ຊ່ວຍ ສ​ປ​ປ.ເກົາຫຼີ - ảnh 1ການວັກແທກອຸນຫະພູມ ເພື່ອສະກັດກັນໂລກລະບາດຢູ່ ພຽງຢາງ, ສປປ.ເກົາຫຼີ (ພາບ: AFP/TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ Yonhap, ທ່ານ David Maizlish, ຫົວໜ້າຄະນະກຳມະການ ICRC ປະຈຳ ເຊີອູນ ໄດ້ຕັກເຕືອນເຖິງເລື່ອງຫວ່າງມໍ່ໆມານີ້,  ສປປ.ເກົາຫຼີ ເນັ້ນໜັກເຖິງການຮ່ວມມືກັບ ICRC ແລະ ບັນດາອົງການມະນຸດສະທຳອື່ນໆທົ່ວໂລກ ໃນສະພາບການທີ່ປະເທດນີ້ປິດປະຕູດ່ານຊາຍແດນເປັນເວລາຍາວນານ ຍ້ອນໂລກລະບາດໂຄວິດ - 19. ເມື່ອສະພາບການມີຄວາມສະດວກ, ຄະນະກຳມະການ ICRC ຈະສືບຕໍ່ດຳເນີນບັນດາການເຄື່ອນໄຫວທີ່ພວມຖືກຢຸດຕິ ແລະ ພ້ອມກັນນັ້ນກໍພັດທະນາບັນດາໂຄງການຂອງຕົນ, ແລະຂຶ້ນກັບການຕີລາຄາກ່ຽວກັບສະພາບການຢູ່ ສປປ.ເກົາຫຼີ.

ມາຮອດປັດຈຸບັນ, ສປປ.ເກົາຫຼີ ຍັງບໍ່ທັນຢັ້ງຢືນມີກໍລະນີໃດຕິດເຊື້ອພະຍາດໂຄວິດ - 19 ເທື່ອ. ປະເທດນີ້ ຍັງສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຢ່າງເຄັ່ງຄັດ, ຕາມນັ້ນແລ້ວ ໄດ້ສັ່ງໃຫ້ຢຸດຕິບັນດາຖ້ຽວບິນສາກົນ, ລົດໄຟ ແລະ ການສັນຈອນຂ້າມຊາຍແດນເກືອບທັງໝົດ. 


ຕອບກັບ

ຂ່າວ/ບົດ​ອື່ນ