ຄະ​ນະ​ກຳ​ມະ​ການ​ອາ​ຊຽນ ປະ​ຈຳ ນິວຢອກ​ສິ້ນ​ສຸດ​ໃນ​ປີ ຮ່ວມ​ມື 2022 ດ້​ວຍຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ພົ້ນ​ເດັ່ນ

(VOVWORLD) -ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສະເໜີກ່ຽວກັບເລື່ອງເພີ່ມທະວີການສົມທົບຫຼັກໝັ້ນລວມຂອງ ອາຊຽນ ຢູ່ ສປຊ, ໃນສະເພາະໜ້າຕ້ອງສືບຕໍ່ຄົ້ນຄ້ວາ, ຊອກຫາຄວາມສາມາດເພື່ອໃຫ້ຄະນະກຳມະການມີບົດກ່າວປາໄສລວມຕື່ມອີກ ຢູ່ບັນດາອົງການທີ່ສຳຄັນ
ຄະ​ນະ​ກຳ​ມະ​ການ​ອາ​ຊຽນ ປະ​ຈຳ ນິວຢອກ​ສິ້ນ​ສຸດ​ໃນ​ປີ ຮ່ວມ​ມື 2022 ດ້​ວຍຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ພົ້ນ​ເດັ່ນ - ảnh 1ກອງປະຊຸມສະຫຼຸບບັນດາການເຄື່ອນໄຫວຂອງຄະນະກຳມະການໃນປີ ແລະ ມອບບົດບາດປະທານຄະນະກຳມະການ ປີ 2023 ໃຫ້ແກ່ ອິນໂດເນເຊຍ 

ວັນທີ 1 ທັນວາ, ກຳປູເຈຍ, ປະທານຄະນະກຳມະການ ອາຊຽນ ປະຈຳ ນິວຢອກ ປີ 2022 ໄດ້ຈັດຕັ້ງກອງປະຊຸມສະຫຼຸບບັນດາການເຄື່ອນໄຫວຂອງຄະນະກຳມະການໃນປີ ແລະ ມອບບົດບາດປະທານຄະນະກຳມະການ ປີ 2023 ໃຫ້ແກ່ ອິນໂດເນເຊຍ. ບັນດາປະເທດສະມາຊິກ ອາຊຽນ ໄດ້ສະແດງຄວາມຍິນດີຕໍ່ກຳປູເຈຍ ເມື່ອປະຕິບັດສຳເລັດບົດບາດເປັນປະທານອາຊຽນ ປະຈຳ ນິວຢອກ ໃນປີ 2022 ແລະ ຫວັງວ່າ ອິນໂດເນເຊຍ ຈະສືບຕໍ່ເສີມຂະຫຍາຍບົດບາດ ຢູ່ ສປຊ ໃນການຍົກສູງປະສິດທິຜົນການເຄື່ອນໄຫວຂອງຄະນະກຳມະການ, ຊຸກຍູ້ການພົວພັນລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື, ສະແດງໃຫ້ເຫັນບົດບາດ ແລະ ທີ່ຕັ້ງຂອງ ອາຊຽນໃນພາກພື້ນ ແລະ ສາກົນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສະເໜີກ່ຽວກັບເລື່ອງເພີ່ມທະວີການສົມທົບຫຼັກໝັ້ນລວມຂອງ ອາຊຽນ ຢູ່ ສປຊ, ໃນສະເພາະໜ້າຕ້ອງສືບຕໍ່ຄົ້ນຄ້ວາ, ຊອກຫາຄວາມສາມາດເພື່ອໃຫ້ຄະນະກຳມະການມີບົດກ່າວປາໄສລວມຕື່ມອີກ ຢູ່ບັນດາອົງການທີ່ສຳຄັນ, ພິເສດແມ່ນສະພາຄວາມໝັ້ນຄົງ ສປຊ, ສະມັດຊາໃຫຍ່ ສປຊ ແລະ ບັນດາຄະນະກຳມະການກ່ຽວກັບບັນຫາຫົວເລື່ອງສະເພາະເຊິ່ງບັນດາປະເທດ ອາຊຽນ ມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ