ຄະນະກຳມະການຮ່ວມ JCPOA ຈະປະຊຸມຕີລາຄາເລື່ອງ ອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍ ອີຣານ

(VOVWORLD) - ວັນທີ 20 ພຶດສະພາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ອີຣານ Abbas Araqchi ໃຫ້ຮູ້ວ່າ:
ຄະນະກຳມະການຮ່ວມ JCPOA ຈະປະຊຸມຕີລາຄາເລື່ອງ ອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍ ອີຣານ - ảnh 1ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ອີຣານ Abbas Araqchi  (ພາບ: AFP/TTXVN )

ກອງປະຊຸມຂອງຄະນະກຳມະການຮ່ວມຕິດຕາມກວດກາການປະຕິບັດຂໍ້ຕົກລົງນິວເຄຼຍ ອີຣານ ຫຼື ເອີ້ນວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ຈະດຳເນີນຢູ່ນະຄອນ ວຽນນາ ຂອງ ໂອຕະລິດ ໃນວັນທີ 25 ພຶດສະພາ ທີ່ຈະມາເຖິງ ເພື່ອແນໃສ່ປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງເລື່ອງ ອາເມລິກາ ຕັດສິນໃຈຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍຫລາຍຝ່າຍນີ້.

        JCPOA ໄດ້ຮັບການລົງນາມເມື່ອເດືອນ ກໍລະກົດ ປີ 2015 ລະຫວ່າງ ອີຣານ ແລະ ຝ່າຍຕາເວັນຕົກ, ຕາມນັ້ນແລ້ວ ອີຣານ ຈຳກັດບັນດາການເຄື່ອນໄຫວເສີມ ຢູລານຽນ ເພື່ອແລກເອົາເລື່ອງຍົກເລິກຄຳສັ່ງລົງໂທດສາກົນ. ເຖິງຢ່າງໃດກໍ່ຕາມ, ພາຍຫລັງຂຶ້ນກຳອຳນາດເມື່ອເດືອນ ມັງກອນ 2017, ພາຍຫລັງ JCPOA ມີຜົນສັກສິດເປັນເວລາ 1 ປີ, ອຳນາດການປົກຄອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຊອກຫາບັນດາເຫດຜົນ ເພື່ອຖອນຕົວ ຫຼື ຍົກເລີກຂໍ້ຕົກລົງດັ່ງກ່າວພຽງລຳພັງຝ່າຍດຽວ. ໃນຂະນະນັ້ນ, ບັນດາຝ່າຍທີ່ຍັງເຫຼືອເຂົ້າຮ່ວມການລົງນາມ JCPOA ພັດລ້ວນແຕ່ເນັ້ນໜັກວ່າ ຂໍ້ຕົກລົງນິວເຄຼຍ ອີຣານ ຕ້ອງໄດ້ຮັບການຮັກສາໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ