ຄະນະກຳມະການເລືອກຕັ້ງ ອິນໂດເນເຊຍ ປະກາດທ່ານ Joko Widodo ກາຍເປັນປະທານາທິບໍດີ

(VOVWORLD) - ຕອນບ່າຍວັນທີ 30 ມິຖຸນາ, ຢູ່ ຈາກາຕາ, ຄະນະກຳມະການເລືອກຕັ້ງແຫ່ງຊາດ (KPU) ອິນໂດເນເຊຍ ໄດ້ຈັດຕັ້ງກອງປະຊຸມຄົບຄະນະຢູ່ຫ້ອງການ KPU ທີ່ນະຄອນຫລວງ ຈາກາຕາ ເພື່ອປະກາດທ່ານ Joko Widodo ໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນປະທານາທິບໍດີ ອິນໂດເນເຊຍ ອາຍຸການ 2019 – 2024 ຢ່າງເປັນທາງການ.

ທ່ານ Arief Budiman ປະທານ KPU ໄດ້ຢືນຢັນວ່າ ດ້ວຍບັດສະໜັບສະໜູນ 85,6 ລ້ານບັດ, ທຽບເທົ່າກັບ 55,5%, ຄູ່ອອກສະໝັກເລືອກຕັ້ງປະທານາທິບໍດີ ແລະ ຮອງປະທານາທິບໍດີຍາດໄດ້ໄຊຊະນະໃນການເລືອກຕັ້ງຂອງ ອິນໂດເນເຊຍ ປີ 2019 ແມ່ນທ່ານ Joko Widodo ແລະ ທ່ານ Maruf Amin. ຄາດວ່າພິທີສາບານຕົວເຂົ້າດຳລົງຕຳແໜ່ງຢ່າງເປັນທາງການຂອງທ່ານປະທານາທິບໍດີ Joko Widodo ຈະດຳເນີນໃນເດືອນ ຕຸລາ ປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ