ຄະນະກຳມະການເລືອກຕັງອີຣັກຖອນໃບຮ້ອງຂໍລາອອກຈາກຕຳແໜ່ງ

ຄະນະກຳມະການເລືອກຕັງອີຣັກຖອນໃບຮ້ອງຂໍລາອອກຈາກຕຳແໜ່ງ - ảnh 1
ຕຳຫຼວດ ອີຣັກ ໄປລາດຕາເວນຢູ່ເມືອງເອກ
(ພາບ: AFP/TTXVN)

(vovworld) – ວັນ​ທີ 30/3, ບັນດາ​ສະມາ​ຊິກຄະນະ​ກຳມະການ​ເລືອກ​ຕັ້ງ​ເອກະ​ລາດ​ສູງ​ສຸດ ອີຣັກ (IHEC) ​ໄດ້​ຖອນ​ໃບຮ້ອງ​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່ງ, ການ​ກະທຳ​ນີ້​ໄດ້ຊ່ວຍ​ຫລຸດ​ຜ່ອນ​ຄວາມ​ວິຕົກ​ກັງ​ວົນ​ຕໍ່​ເລື່ອງ​ອາດ​ຈະ​​ໂຈະ​ການ​ເລືອກຕັ້ງ ​ເຊິ່ງຄາດ​ຄະ​​ເນ​ວ່າ​ຈະ​ຈັດ​ຕັ້ງ​ໃນ​ທ້າຍ​ເດືອນ 4 ຈະ​ມາ​ເຖິງ. ສະມາຊິກ​ຂອງ​ຄະນະ​ກຳມະການ​ລວມມີ 9 ທ່ານ​ນີ້​ໄດ້​ຖອນ​ໃບ​ຮ້ອງ​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່​ງພາຍຫຼັງ​ກາ​ນ​ເຈລະຈາ​ກັບບັນດາ​ອົງການ​ພາກ​ພື້ນ ​ແລະ ສາ​ກົນ, ​ໃນ​ນັ້ນ ມີ​ຄະນະ​ຜູ້​ແທນ ສປຊ ຢູ່​ແບ​ດ​ແດດ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 25/3, ບັນດາ​ສະມາຊິກ​ຂອງ IHEC ​ໄດ້​ຍື່ນ​ໃບ​ຮ້ອງ​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່​ງຕໍ່​ສະພາ​ແຫ່ງ​ຊາດ ​ເພື່ອ​ແນ​ໃສ່​ຄັດຄ້ານ​ການ​ແຊກ​ແຊງ​ຂອງ​ວົງ​ການ​ການ​ເມື​ອງ ​ແລະ ຍຸຕິ​ທຳ. IHEC ​ໃຫ້​ຮູ້​ວ່າ: ຄະນະ​ກຳມະການ​ນີ້​ຕ້ອງ​ຮັບ​ຄວາມ​ດັນຫຼາຍ​ຍ້ອນ​ການ​ປະ​ທະ​ກັນ​ລະຫວ່າງ​ບັນດາ​ອົງການ​ນິຕິ​ບັນ​ຍັດ ​ແລະ ຕຸລາການ. ​ເຂົາ​ເຈົ້າ​ຖືກ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຍ້ອນ​ບັນດາ​ຄຳ​ຕັດສິນ​ທີ່​ກົງກັນ​ຂ້າມ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ບັນດາອົງການຕຸລາການ​ທີ່​ກ່ຽວ​ຂ້ອງ​ເຖິງ​ເລື່ອງຍຸບ​ເລີກບັນດາ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​, ສາຍ​ເຫດ​ແມ່ນ​ຍ້ອນ​ບັນດາ​ຄວາມຮູ້​ທີ່​​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ຂໍ້​ກຳນົດ​ໃນ​ກົດ​ໝາຍວ່າ​ດ້ວຍ​ການ​ເລືອກ​ຕັ້ງ​, ​ໃນ​ນັ້ນມີ​ມາດຕາ​ຫ້າມ​ອອກ​ຫາ​ສຽງ​ເລືອກ​ຕັ້ງສຳລັບ​ບັນດາ​ຜູ້​ອອກ​ສະໝັກ​ຮັບ​​ເລືອກ​ຕັ້ງ​ທີ່​ມີ “ຊື່​ສຽງ​ບໍ່​ດີ”.


ຂ່າວ/ບົດ​ອື່ນ