ຄະ​ນະ​ກຳ​ມະ​ການ​ເອີ​ລົບ ຕີ​ລາ​ຄາ​ອາຍ​ແກັດ ແລະ ໄຟ​ຟ້າ​ນິວ​ເຄຼຍ ແມ່ນ​ຂົງ​ເຂດ​ລົງ​ທຶນ​ຍືນ​ຍົງ

(VOVWORLD) - ບັນດາປະເທດສະມາຊິກ ຕ້ອງປະລະບັນດາແຫຼ່ງພະລັງງານຟອດຊິວກາກບອນໃຫ່ຍຄືຖ່ານຫີນໂດຍໄວ.  
ຄະ​ນະ​ກຳ​ມະ​ການ​ເອີ​ລົບ ຕີ​ລາ​ຄາ​ອາຍ​ແກັດ ແລະ ໄຟ​ຟ້າ​ນິວ​ເຄຼຍ ແມ່ນ​ຂົງ​ເຂດ​ລົງ​ທຶນ​ຍືນ​ຍົງ - ảnh 1

(ພາບ:AFP/TTXVN)

ໃນວັນທີ 2 ກຸມພາ, ໂດຍບໍ່ສົນໃຈຕໍ່ການຄັດຄ້ານຂອງບັນດານັກເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມ ກໍ່ຄືບາງຄຳເຫັນ ທີ່ບໍ່ເຫັນດີຢູ່ພາຍໃນ, ຄະນະກຳມະການເອີລົບ ໄດ້ນຳອາຍແກັດ ແລະ ໄຟຟ້ານິວເຄຼຍ ເຂົ້າໃນບັນຊີລາຍຊື່ບັນດາຂົງເຂດລົງທຶນຍືນຍົງ.

  ກ່າວຄຳເຫັນກັບວົງການນັກຂ່າວ, ທ່ານນາງ Mairead McGuinness ກຳມະການ ອີຢູ ຊີ້ແຈ້ງວ່າ ສອງຂະແໜງນີ້ ສວມບົດບາດສຳຄັນ ໃນນະໂຍບາຍພະລັງງານ, ແມ່ນແຫຼ່ງພະລັງສະອາດກ່ວາ ເມື່ອທຽບກັບແຫຼ່ງພະລັງງານອື່ນ ໃນວິວັດການທີ່ບັນດາປະເທດຫັນໄປສູ່ອະນາຄົດ ທີ່ບໍ່ມີກາກບອນ. ເຈົ້າໜ້າທີ່ ອີຢູ ຜູ້ນີ້ ໄດ້ຊີ້ແຈ້ງວ່າ ໃນວິວັດການຫັນປ່ຽນນີ້, ບັນດາປະເທດສະມາຊິກ ຕ້ອງປະລະບັນດາແຫຼ່ງພະລັງງານຟອດຊິວກາກບອນໃຫ່ຍຄືຖ່ານຫີນໂດຍໄວ  ແລະ ຕ້ອງຮັບຮູ້ບັນດາມາດຕະການທີ່ບໍ່ທັນສົມບູນ. ທ່ານນາງເຕືອນວ່າ ຂໍ້ຕົກລົງສະບັບນີ້ ແມ່ນເພື່ອແນໃສ່ປົກປ້ອງບັນດາໂຄງການໄຟຟ້ານິວເຄຼຍ ແລະ ອາຍເເກັດ ເພື່ອໃຫ້ສອດຄ່ອງກັບຂໍ້ກຳນົດທາງການເງິນແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ