ຄະນະກຳມະການເອີລົບເພີ່ມກອງທຶນເພື່ອແກ້ໄຂວິກິດການຊາວອົບພະຍົບ

ຄະນະກຳມະການເອີລົບເພີ່ມກອງທຶນເພື່ອແກ້ໄຂວິກິດການຊາວອົບພະຍົບ - ảnh 1
ຊາວ​ອົບ​ພະ​ຍົບ
ພາບ:cafef.vn

(vovworld)-  ​ວັນ​ທີ 23/9, ກ່ອນ​ທີ່​ດຳ​ເນີນກອງ​ປະ​ຊຸມ​ສຸດຍອດບໍ່​ເປັນ​ທາງ​ການ​ກ່ຽວ​ກັບ​ບັນ​ຫາ​ຊາວ​ອົບ​ພະ​ຍົບ ຢູ່ ບ​ຣຸກ​ແຊນ ປະ​ເທດ ແບນ​ຊີກ, ຄະ​ນະ​ກຳ​ມະ​ການ​ເອີ​ລົບ (EC) ສະ​ເຫນີ​ເພີ່ມ​ຈຳ​ນວນ​ເງິນ 1,9 ຕື້ USD ​ເພື່ອຫນູນ​ຊ່ວຍ​ແກ້​ໄຂວິ​ກິດ​ການ​ຊາວ​ອົບ​ພະ​ຍົບ​​ຄັ້ງ​ໃຫຍ່​ສຸດ​ນັບ​ແຕ່​ພາຍ​ຫລັງ​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ມາ​ຮອດ​ປະ​ຈຸ​ບັນ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ກ່ອນ​ດຳ​ເນີນກອງ​ປະ​ຊຸມ, ທ່ານ Kristalina Georgieva, ກຳ​ມະ​ການ​ EC ກ່ຽວ​ກັບ​ງົບ​ປະ​ມານ ໃຫ້​ຮູ້​ວ່າ: ກອງ​ທຶນ​ດັ່ງ​ກ່າວ​ຈະ​ໄດ້​ນຳ​ໃຊ້​ພາຍ​ໃນ ສະ​ຫະ​ພາບ​ເອີ​ລົບ EU ເພື່ອ​ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ ແນ​ໃສ່​ຕ້ອນ​ຮັບ​ຊາວ​ອົບ​ພະ​ຍົບ ກໍ​ຄ​ື​ຫນູນ​ຊ່ວຍ​ບັນ​ດາ​ປະ​ເທດ ພວມ​ຮັບ​ຊາວ​ອົບ​ພະ​ຍົບ​ເຂົ້າ​ເມືອງ​​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ຈຳ​ນວນ​ເງິນ​ດັ່ງ​ກ່າວ ກໍ​ໄດ້​ນຳ​ໃຊ້​ເພື່ອ​ຫນູນ​ຊ່ວຍ​ໃຫ້ ຊາວ​ອົບ​ພະ​ຍົບ ນອກ EU.

 

 

ຂ່າວ/ບົດ​ອື່ນ