ຄະນະກຳມະການແນວໂຮມປະເທດຊາດແຂວງຕ່າງໆປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນສະບັບປັບປຸງ

ຄະນະກຳມະການແນວໂຮມປະເທດຊາດແຂວງຕ່າງໆປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນສະບັບປັບປຸງ - ảnh 1
ພາບປະກອບ

(vovworld) – ວັນ​ທີ 2/3, ຄະນະ​ກຳມະການ​​ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ ວິ​ງລອງ ​ໄດ້​ຈັດ​ກອງ​ປະຊຸມ ສຳ​ມະ​ນາ ປະກອບ​ຄຳ​ເຫັນ​ໃສ່ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ຜູ້​ແທນ 60 ຄົນ ​ເຊິ່ງ​ແມ່ນຍົດ​ຖະບົນ​ດາ​ສັກ, ນັກບວດ​ໄດ້​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ຂົງ​ເຂດ​ສາສະໜາ. ບັນດາຜູ້​ແທນ​ຍັງ​ປະກອບ​ຄຳ​ເຫັນ​ທີ່​ກ່ຽວຂ້ອງ​ເຖິງ​ພາກ, ມາດຕາ ກ່ຽວ​ກັບ​ສິດທິ​ມະນຸດ, ສິດ ​ແລະ ພັນທະ​ທີ່​ເປັນ​ພື້ນຖານ​ຂອງ​ພົນລະ​ເມືອງ.

        ”ບົດບາດ​ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີລາຄາ​ສັງຄົມ​ຂອງແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ທີ່​ລະບຸ​ໄວ້​ໃນ​ມາດຕາ 9 ຂອງຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ແມ່ນ​ມີ​ທີ່​ຕັ້ງ​ສຳຄັນ​ທີ່​ສຸດ, ​ແມ່ນ​ພື້ນຖານດ້ານ​ການ​ເມືອງ​ຂອງ​ອຳນາດ​ການ​ປົກຄອງ​ປະຊາຊົນ”. ນີ້​ແມ່ນບັນຫາ​ຄະນະ​ກຳມະການ​​ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ ຮຶງອຽນ​ປຶກສາ​ຫາລື​ຢ່າງ​ຟົດ​ຟື້ນ​ທີ່​ສຸດ. ບັນດາ​ຜູ້​ແທນ​ໄດ້​ສະ​ເໜີ​ວ່າ ລັດຖະທຳ​ມະນູນ​ຄວນ​ເພີ່ມ​ເຕີມ​ຄື​ດັ່ງ​ນີ້: ”ລັດ​ຮັບປະກັນ​ເງື່ອນ​ໄຂ​ເພື່ອ​ໃຫ້​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ອົງການ​ຈັດ​ຕັ້ງ​ສະມາຊິກ​ຂອງ​ແນວ​ໂຮມ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ອື່ນໆ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ.” ບັນດາ​ຜູ້​ແທນ​ກໍ່​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ບົດ​ບາດ​ຂອງ​ອົງການ​ກຳມະບານ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ​ສັງຄົມ​ອື່ນໆ.

ຂ່າວ/ບົດ​ອື່ນ