ຄະນະກຳມາທິການ ກວດກາ ສະພາແຫ່ງຊາດ ໄປເຮັດວຽກຢູ່ແຂວງ ບິ່ງທ້ວນ.

ຄະນະກຳມາທິການ ກວດກາ ສະພາແຫ່ງຊາດ ໄປເຮັດວຽກຢູ່ແຂວງ ບິ່ງທ້ວນ. - ảnh 1
( ພາບ:  bttv.org.vn )

(vovworld) - ຄະນະ​ປະຕິບັດ​ງານກຳມາ​ທິການ​ກວດກາ ສະພາ​ແຫ່ງ​ຊາດ ​ພວມ​ປະຕິບັດ​ບົດບາດ​ໜ້າ​ທີ່​ຕິດຕາມ​ກວດກາ​ຢູ່​ແຂວງ​ ບິ່ງ​ທ້ວນ. ​ເຊິ່ງ​ເນື້ອ​ໃນ​ຕິດຕາມ​ກວດກາ​ແມ່ນ​ສຸມ​ໃສ່​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ ກ່ຽວ​ກັບ​ການ​ລົງທຶນ​ໃຫ້​ແກ່​ຂົງ​ເຂດ​ກະ​ສີ​ກຳ, ຊາວນາ, ຊົນນະບົດ, ​ໄລຍະ 2006 – 2010 ​ແລະ 2011. ​ໃນ​ຊຸມ​ປີຜ່ານມາ, ທາງ​ແຂວງ​ໄດ້​ເອົາ​ໃຈ​ໃສ່​ຜັນ​ຂະຫຍາຍບັນຫາກະ​ສີ​ກຳ, ຊາວນາ, ຊົນນະບົດ, ​ໃນ​ນັ້ນ, ​ແຫຼ່ງທຶນ​ໃຫ້​ແກ່​ຂົງ​ເຂດກະ​ສີ​ກຳ, ຊາວນາ, ຊົນນະບົດ ​ໄລຍະ 2006-2011 ​ແມ່ນ​ກວ່າ 6.169 ຕຶ້ດົ່ງ. ທາງ​ແຂວງ​ກໍ່​ໄດ້​ສະຫງວນ​ເງິນ​ເກືອບ 1.872 ຕຶ້ດົ່ງ ​ເພື່ອ​ໜູນ​ຊ່ວຍ​ການ​ພັດທະນາ​ການ​ຜະລິດ ​ແລະ ບັນດາ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ. ການ​ລົງທຶນ​ຂອງ​ລັດ​ໃຫ້​ແກ່​ພື້ນຖານ​ໂຄງ​ລ່າງກະ​ສີ​ກຳ, ຊາວນາ, ຊົນນະບົດ​ແມ່ນ​ເພີ່ມ​ຂຶ້ນ​ພໍ​ສົມຄວນ. ມີ​ຫຼາຍ​ກິດຈະກຳ​ຄົມມະນາຄົມ ຊົນນະບົດ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ ​ແລະ ນຳ​ເຂົ້າ​ໃຊ້​ການ, ອັນ​ໄດ້​ປະກອບສ່ວນ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດກະ​ສີ​ກຳ, ຊາວນາ, ຊົນນະບົດ.

ຂ່າວ/ບົດ​ອື່ນ