ຄະນະກຳມາທິການການຕ່າງປະເທດ ສະພາແຫ່ງຊາດຫວຽດນາມ ຢ້ຽມຢາມ ລາວ

ຄະນະກຳມາທິການການຕ່າງປະເທດ ສະພາແຫ່ງຊາດຫວຽດນາມ ຢ້ຽມຢາມ ລາວ - ảnh 1
ຄະນະກຳມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມ ຢ້ຽມຢາມ ລາວ
(ພາບ: tranvanhang.net)

(vovoworld) - ຄະນະ​ຜູ້​ແທນ​ກຳມາ​ທິການການ​ຕ່າງປະ​ເທດ​ສະພາແຫ່ງ​ຊາດຫວຽດນາມ, ​ໂດຍ​ທ່ານ ​ເຈີ​ນວັນ​ຮັ່ງ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ກຳມາ​ທິການ​ນຳ​ໜ​້າ ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ ລາວ ​ແຕ່​ວັນ​ທີ 29/2 ຫາ 3/3, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ​ລາວ. ​ທີ່​ພິທີ​ຕ້ອນຮັບ​​ໃນ​ຕອນ​ບ່າຍ​ວັນ​ທີ 29/2, ຜູ້​ຮັກສາ​ການ​ປະທານ​ສະພາ​ແຫ່ງ​ຊາດ ລາວ ທ່ານ ​ໄຊ​ສົມ​ພອນ ພົມ​ວິ​ຫານ ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ການ​ເຈລະຈາ​ລະຫວ່າງ ກຳ​ມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ 2 ປະ​ເທດ, ພ້ອມ​ກັນ​ນັ້ນ​ກໍ​ສະ​ແດງ​ຄວາມ​ປາດ​ຖະໜາວ່າ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ກຳມາ​ທິການ 2 ປະ​ເທດ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແລກປ່ຽນ​ບົດຮຽນ​ວິຊາ​ສະ​ເພາະ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື 2 ຝ່າຍ​​ມີ​ປະສິດທິ​ຜົນ​ຍິ່ງກ່ວາ​ອີກ. ທ່ານ ​ເຈີ​ນວັນ​ຮັ່ງ ​ໄດ້​ລາຍ​ງານ​ໝາກຜົນ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ລາວ, ​ຫົວໜ້າ​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ກຸ​ແກ້ວ ອັກຄະ​ມົນຕີ ນຳ​ໜ້າ, ​ໃນ​ນັ້ນ​​ເນັ້ນ​ໜັກ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ຂອງ​ 2 ກຳມາ​ທິການການ​ຕ່າງປະ​ເທດ 2 ປະ​ເທດ ​ແລະ ທິດ​ທາງ​ຮ່ວມ​ມື​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ ​ແມ່ນ​ສົມທົບ​ກັນ​ຕິດຕາມ​ກວດກາ​ການ​ປະຕິ​ບັດ​ບັນດາ​ສັນຍາ 2 ຝ່າຍ, ​ແລກປ່ຽນບົດຮຽນ​ວິຊາ​ສະ​ເພາະ​ລະຫວ່າງ ກຳມາ​ທິການການ​ຕ່າງປະ​ເທດ 2 ປະ​ເທ​ດ ​ກໍ​ຄື​ຮ່ວມ​ມື​ຢູ່​ບັນດາ​ເວ​ທີ​ປາ​ໄສ​ລັດຖະສະພາ​ພາກ​ພື້ນ ​ແລະ ສາກົນ.

ຂ່າວ/ບົດ​ອື່ນ