ຄະນະກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດຢ້ຽມຢາມສະມາຄົມຊາວຫວຽດນາມຢູ່ບຸນກາຣີ

ຄະນະກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດຢ້ຽມຢາມສະມາຄົມຊາວຫວຽດນາມຢູ່ບຸນກາຣີ - ảnh 1
ຄະນະ​ຜູ້​ແທນ​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົ​ມຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ
ເຮັດວຽກຢູ່ສະຖານທູດ ຫວຽດນາມ ປະຈຳ ບຸນກາຣີ
(ພາບ:doanbulgaria1976.wordpress.com)

(vovworld) – ຄະນະ​ຜູ້​ແທນ​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົ​ມຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ທ່ານ ​ໂດ໋​ແມ້ງ​ຮູ່ງ, ຮອງ​ຫົວໜ້າ​ກຳມາ​ທິການ​ນຳ​ໜ້າ, ຫາ​ກໍ່​ມີ​ການ​ຢ້ຽມຢາມ ສະມາຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ບຸນ​ກາຣີ. ທ່ານ ​ໂດ໋​ແມ້ງ​ຮູ່ງ ​ໄດ້​ແຈ້ງ​ໃຫ້​ບັນດາ​ສະມາຊິກ​ໃນ​ສະມາຄົມ​ໄດ້​ຮັບ​ຊາບ​ກ່ຽວ​ກັບ​ສະພາບ​ພາຍ​ໃນ​ປະ​ເທດ​ໃນ 6 ​ເດືອນ​ຕົ້ນ​ປີ. ກ່ຽວ​ກັບ​ສະພາບ​ການ​ຢູ່​ທ​ະ​ເລ​ຕາ​ເວັນ​ອອກ, ທ່ານ ​ໂດ໋​ແມ້ງ​ຮູ່ງ ​ໃຫ້​ຮູ້​ວ່າ: ຫຼັກ​ໝັ້ນ​, ທັດສະນະ​ຂອງ ຫວຽດນາມ ​ແມ່ນ​ເດັດດ່ຽວ​ຄັດຄ້ານ​ການ​ກະທຳ​ຜິດພາດຂອງ ຈີນ, ຮຽກຮ້ອງ​ໃຫ້ ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ - 981 ອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ, ຢຸດຕິ​ບັນດາ​ການ​ກະທຳລ່ວງ​ລ້ຳ​ອະທິປະ​ໄຕ​ ຫວຽດນາມ. ສ່ວນ​ທ່ານ ​ເລ​​ແທງ​ຮ່ວາງ, ປະທານ​ສະມາຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ບຸນ​ກາຣີ, ​ໃຫ້​ຮູ້​ວ່າ: ​ເຖິງ​ວ່າ​ອາ​ໄສ​ຢູ່​ຫ່າງ​ໄກ​ປະ​ເທດ​ກໍ່ຕາມ, ​ແຕ່​ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ຢູ່​ບຸນ​ກາຣີ ຍາມ​ໃດ​ກໍ່​ເສີມ​ຂະຫຍາຍ​ນ້ຳ​ໃຈ​ຮັກ​ຊາດ, ຮັກສາ​ມູນ​ເຊື້ອ​ວັດທະນະທຳ, ອວ່າຍ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ. ທ່ານ ເລ​​ແທງ​ຮ່ວາງ ຢືນຢັນ​ວ່າ: ສະມາຄົມ​ຊາວ ຫວຽດນາມ ຢູ່​ທີ່​ນີ້​ຍາ​ມ​ໃດ​ກໍ່​ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ, ລັດ, ສະພາ​ແຫ່ງ​ຊາດ, ລັດຖະບານ​ໃນ​ການ​ຕໍ່ສູ້​ປົກ​ປັກ​ຮັກສາອະທິປະໄຕ ແລະ ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ ຫວຽດນາມ ຢູ່​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ​ເພື່ອ​ສະ​ແດງ​ນ້ຳ​ໃຈ​ຮັກ​ຊາດ, ນ້ຳ​ໃຈ​ຂອງ​ຕົນ, ສະມາຄົມ​ໄດ້​ຂົນ​ຂວາ​ຍປະກອບສ່ວນ​ສະໜັບສະໜູນ​ບັນດາ​ກຳລັງ​ຕຳຫຼວດ​ທະ​ເລ, ກຳລັງ​ກວດກາ​ການ​ປະມົງ ​ແລະ ຊາວ​ປະມົງ​ໃນ​ພາລະ​ກິດ​ຕໍ່ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ, ໝູ່​ເກາະ​ທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ.


ຂ່າວ/ບົດ​ອື່ນ