ຄະນະກຳມາທິການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ ຈັດວາລະປະຊຸມຄັ້ງທີ 7

ຄະນະກຳມາທິການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ ຈັດວາລະປະຊຸມຄັ້ງທີ 7 - ảnh 1
(ພາບປະກອບ)
(vovworld) - ຕອນ​ເຊົ້າ​ວັນ​ທີ 20/02, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມາ​ທິການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ສະພາ​ແຫ່ງ​ຊາດ ຈັດ​ວາລະ​ປະຊຸມ​ຄັ້ງ​ທີ 7, ​ໃຫ້​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ລັດຖະດຳລັດສະບັບ​ປັບປຸງ, ​ເພີ່ມ​​ເຕີ່​ມ​ບາງ​ຂໍ້ມາດ​ຕາຂອງລັດຖະດຳລັດ​ການຄຸ້ມ​ຄອງ, ນຳ​ໃຊ້​ອາວຸດ, ວັດຖຸ​ລະ​ເບີດ ​ແລະ ​ເຄື່ອງມືໜູນ​ຊ່ວຍ​, ລັດຖະດຳລັດດັ່ງກ່າວ​ມີ​ຜົນ​ສັກ​ສິ​ດນັບ​ແຕ່​ວັນ​ທີ 01/01/2012 ​ເປັນ​ຕົ້ນ​ໄປ. ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ນີ້, ບັນດາຄຳ​ຄິດ​ຄຳ​ເຫັນ​ສ່ວນ​ຫຼາຍ​ລ້ວນ​ແຕ່ຖື​ວ່າ, ​ເລື່ອງ​ປະກາດ​ລັດຖະດຳລັດ​ແມ່ນ​ມີ​ຄວາມຈຳ​ເປັນ, ຕອບ​ສະ​ໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ, ໜ້າ​ທີ່​ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ຄວາມ​ປອດ​ໄພ​ທາງ​ສັງຄົມ. ​ໃນ​ຕົວ​ຈິ່ງ​ ບັນດາ​ຂໍ້​ກຳນົດ​ໃນ​ລັດຖະດຳລັດທີ່​ພວມ​ປະກາດ​ໃຊ້​ໃນ​ປະຈຸ​ບັນ​​ແມ່ນໄດ້​ຮັບປະກັນ​ດ້ານ​ພື້ນຖານ​ນິຕິ​ກຳ​ໃຫ້​ແກ່​ການຄຸ້ມ​ຄອງ, ນຳ​ໃຊ້​ອາວຸດ, ວັດຖຸ​ລະ​ເບີດ ​ແລະ ​ເຄື່ອງມື​ໜູນຊ່ວຍ​​ແລ້ວ. ​​ເວລາ​ປະຕິບັດ​ລັດຖະດຳລັດ​ມີ​ຜົນ​ສັກສິດ​ບໍ່​ດົນປາ​ໃດ, ​ສະ​ນັ້ນ​ບໍ່​ທັນ​ຕີ​ລາຄາ​ຢ່າງ​ຊັດ​ເຈນຜົນ​ກະທົບ​ຂອງ​ລັດຖະດຳລັດນີ້ໄດ້. ​​ເພາະສະ​ນັ້ນ, ບັນດາ​ສະມາຊິກ​ສະ​ເໜີ​ບໍ່​ປັບປຸງ​ເນື້ອ​ໃນ​ຂອງ​ລັດຖະດຳລັດນີ້ ​ພຽງ​ແຕ່​ເພີ່ມ​​ເຕີ່ມ​ບາງ​ບັນຫາ​ທີ່​ກ່ຽວຂ້ອງ​ເທົ່າ​ນັ້ນ.  ທີ່​ວາລະ​ປະຊຸມ, ບັນດາ​ສະມາຊິກຄະນະ​ກຳມາ​ທິການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ ຍັງ​ໃຫ້​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ.
ຂ່າວ/ບົດ​ອື່ນ