ຄະນະກຳມາທິການແມ່ນ້ຳຂອງ ຢັ້ງຢືນ ຫວຽດນາມ ບໍ່ຖືກຜົນສະທ້ອນຈາກເຫດເຂື່ອນໄຟຟ້າແຕກຢູ່ລາວ

(VOVWORLD) - ແຕ່ເຖິງຢ່າງໃດກໍ່ຕາມ, ເສັ້ນທາງໜຶ່ງດຽວທີ່ພາໄປເຖິງເມືອງ ສະໜາມໄຊ ພວມຖືກຕິດຂັດ ຍ້ອນລະດັບນ້ຳຢູ່ຫ້ວຍນ້ຳສາຍຕ່າງໆຍັງສູງຢູ່. ເຄື່ອງຊ່ວຍບັນເທົາທຸກນັບສິບໆໂຕນ ພວມຕິດຂ້າງຢູ່ບ້ານ ໂຮມ, ເມືອງ ສະໜາມໄຊ.

ຕອນເຊົ້າວັນທີ 25 ກໍລະກົດ, ກຸ່ມນັກຂ່າວຂອງສຳນັກຂ່າວສານ ຫວຽດນາມ ໄດ້ເຂົ້າໄປເຖິງສະຖານທີ່ຖືກຜົນສະທ້ອນໜັກໜ່ວງທີ່ສຸດຍ້ອນເຫດເຂື່ອນໄຟຟ້າ ເຊປຽນ - ເຊນ້ຳນ້ອຍ, ຢູ່ເມືອງ ສະໜາມໄຊ, ແຂວງ ອັດຕະປື, ທາງພາກໃຕ້ລາວ ແຕກ. ແຕ່ເຖິງຢ່າງໃດກໍ່ຕາມ, ເສັ້ນທາງໜຶ່ງດຽວທີ່ພາໄປເຖິງເມືອງ ສະໜາມໄຊ ພວມຖືກຕິດຂັດ ຍ້ອນລະດັບນ້ຳຢູ່ຫ້ວຍນ້ຳສາຍຕ່າງໆຍັງສູງຢູ່. ເຄື່ອງຊ່ວຍບັນເທົາທຸກນັບສິບໆໂຕນ ພວມຕິດຂ້າງຢູ່ບ້ານ ໂຮມ, ເມືອງ ສະໜາມໄຊ.

        ທ່ານ ຫວໍວັນມື່ງ, ປະທານສະມາຄົມຊາວ ຫວຽດນາມ ອາໄສຢູ່ແຂວງ ອັດຕະປື ໃຫ້ຮູ້ວ່າ: ຕາມການລາຍງານຈາກພະແນກພົວພັນຕ່າງປະເທດແຂວງ ອັດຕະປືແລ້ວ, ຈຳນວນຊາວ ຫວຽດນາມ ດຳລົງຊີວິດຢູ່ເຂດປະສົບເຄາະຮ້າຍຈາກເຫດເຂື່ອນໄຟຟ້າແຕກ ລ້ວນແຕ່ປອດໄພ. ປະຈຸບັນ, ປະຊາຊົນຢູ່ເຂດດັ່ງກ່າວພວມໄດ້ຮັບການໜູນຊ່ວຍດ້ານທັນຍາຫານ… ມາຮອດປະຈຸບັນ, ສະມາຄົມຊາວ ຫວຽດນາມ ຢູ່ແຂວງ ອັດຕະປື ໄດ້ໜູນຊ່ວຍເງິນເກືອບ 50 ລ້ານດົ່ງໃຫ້ປະຊາຊົນເຂດປະສົບເຄາະຮ້າຍ.

        ແລະ ກໍ່ໃນວັນດຽວກັນ, ແຈ້ງຂ່າວຈາກຄະນະກຳມາທິການແມ່ນ້ຳຂອງ ໃຫ້ຮູ້ວ່າ: ພາຍຫຼັງການໄຈ້ແຍກຂໍ້ມູນຈາກບັນດາດ່ານຕິດຕາມກວດກາສິ່ງແວດລ້ອມຂອງຄະນະກຳມາທິການຢູ່ແມ່ນ້ຳຂອງ, ເຫດເຂື່ອນໄຟຟ້າ ເຊປຽນ - ເຊນ້ຳນ້ອຍ ແຕກ ບໍ່ກໍ່ຜົນສະທ້ອນເຖິງ ຫວຽດນາມ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ