ຄະນະກຳມາທິການແມ່ນ້ຳຂອງ ສາກົນເປິດຕົວຊ່ອງແຈ້ງເຕືອນກ່ຽວກັບໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ

(VOVWORLD) - ທ່ານ ປອ ອານຸລັກ ກິດຕິຄຸນ, ຜູ້ອຳນວຍການບໍລິຫານຂອງກອງເລຂາ MRC, ເນັ້ນໜັກວ່າ: ຊ່ອງ MRC ກ່ຽວກັບ ການແຈ້ງເຕືອນໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ ແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມເພື່ອແນໃສ່ຊ່ວຍປະຊາຊົນ...
 
ຄະນະກຳມາທິການແມ່ນ້ຳຂອງ ສາກົນເປິດຕົວຊ່ອງແຈ້ງເຕືອນກ່ຽວກັບໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ - ảnh 1(ພາບປະກອບ)

ວັນທີ 4 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ສປປ ລາວ, ຄະນະກຳມາທິການ ແມ່ນ້ຳຂອງ ສາກົນ (MRC) ໄດ້ເປີດຕົວຊ່ອງແຈ້ງເຕືອນໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ ເພື່ອແນໃສ່ຍົກສູງສະຕິຄວາມຮູ້ ແລະ ຄວາມເຂົ້າໃຈຂອງປະຊາຊົນກ່ຽວກັບສະພາບການຂອງແມ່ນ້ຳຂອງ ໃນເຂດອ່າງແມ່ນ້ຳຂອງ. ຊ່ອງດັ່ງກ່າວຈະອັບເດດກ່ຽວກັບລະດັບນ້ຳປະຈຸບັນ, ກະແສນ້ຳ ແລະ ຄາດຄະເນຄວາມສ່ຽງຈາກໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ ໃຫ້ແກ່ປະຊາຊົນດຳລົງຊີວິດຢູ່ລຽບຕາມແມ່ນ້ຳຂອງໄດ້ຮັບຊາບຢ່າງເປັນປະຈຳ. ຊ່ອງຂໍ້ມູນດັ່ງກ່າວໄດ້ອອກອາກາດດ້ວຍພາສາ ອັງກິດ ດ້ວຍໜັງສືອະທິບາຍແມ່ນພາສາຂອງບັນດາປະເທດ ແມ່ນ້ຳຂອງໃນ Facebook ແລະ Youtube ຂອງ MRC.

          ທ່ານ ປອ ອານຸລັກ ກິດຕິຄຸນ, ຜູ້ອຳນວຍການບໍລິຫານຂອງກອງເລຂາ MRC, ເນັ້ນໜັກວ່າ: ຊ່ອງ MRC ກ່ຽວກັບ ການແຈ້ງເຕືອນໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ ແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມເພື່ອແນໃສ່ຊ່ວຍປະຊາຊົນໃນພາກພື້ນໄດ້ສຳຜັດກັບຂໍ້ມູນຂ່າວກ່ຽວກັບຄວາມສ່ຽງຈາກໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ ໄດ້ຢ່າງງ່າຍດ່າຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ