ຄະນະຈັດຕັ້ງການແຂ່ງລົດໂອໂຕ F1 ປະກາດຕາຕະລາງແຂ່ງລົດປີ 2020 ດ້ວຍການເຂົ້າຮ່ວມຂອງ ຫວຽດນາມ

(VOVWORLD) - ການແຂ່ງລົດ F1 ຢູ່ ຫວຽດນາມ ແມ່ນການແຂ່ງຂັນໄລຍະທີ 3 ຂອງການແຂ່ງລົດ F1 2020. ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ນອກຈາກ ຫວຽດນາມ ຍັງມີ ສິງກະໂປ ກໍ່ຈັດຕັ້ງການແຂ່ງລົດ F1.

ວັນທີ 29 ສິງຫາ, ຄະນະຈັດຕັ້ງການແຂ່ງລົດໂອໂຕ F1 ໄດ້ປະກາດຕາຕະລາງການແຂ່ງລົດໃນ ປີ 2020, ດ້ວຍການແຂ່ງຂັນ 22 ຄັ້ງ - ຫລາຍທີ່ສຸດໃນປະຫວັດສາດການແຂ່ງລົດ F1, ໃນນັ້ນ ສະໜາມແຂ່ງຢູ່ ຫວຽດນາມ ໄດ້ຈັດຕັ້ງເປັນຄັ້ງທຳອິດ ແລະ ສະໜາມແຂ່ງຢູ່ ໂຮນລັງ ໄດ້ຈັດຕັ້ງການແຂ່ງລົດຄືນໃໝ່ ພາຍຫລັງບໍ່ຈັດຕັ້ງເປັນເວລາຍາວນານ. ຫວຽດນາມ ໄດ້ກາຍເປັນປະເທດທີ 34 ທີ່ຈັດຕັ້ງການແຂ່ງລົດ F1. ການແຂ່ງລົດໂອໂຕ F1 ຢູ່ ຫວຽດນາມ ຈະດຳເນີນໃນລະຫວ່າງວັນທີ 3 – 5 ເມສາ 2020. ການແຂ່ງລົດໂອໂຕ F1 ປີ 2020 ຈະໄດ້ເລີ່ມເຄື່ອນໄຫວເປັນປົກກະຕິ ດ້ວຍການແຂ່ງຂັນຢູ່ ອົດສະຕາລີ ໃນວັນທີ 15 ມີນາ 2020 ແລະ ສິ້ນສຸດຢູ່ Abu Dhabi ໃນວັນທີ 29 ພະຈິກ 2020.

ການແຂ່ງລົດ F1 ຢູ່ ຫວຽດນາມ ແມ່ນການແຂ່ງຂັນໄລຍະທີ 3 ຂອງການແຂ່ງລົດ F1 2020. ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ນອກຈາກ ຫວຽດນາມ ຍັງມີ ສິງກະໂປ ກໍ່ຈັດຕັ້ງການແຂ່ງລົດ F1.

ຕອບກັບ

ຂ່າວ/ບົດ​ອື່ນ