ຄະນະຊີ້ນຳກ່ຽວກັບສິດທິມະນຸດແຫ່ງຊາດລາວຢ້ຽມຢາມຫວຽດນາມ

ຄະນະຊີ້ນຳກ່ຽວກັບສິດທິມະນຸດແຫ່ງຊາດລາວຢ້ຽມຢາມຫວຽດນາມ - ảnh 1
(ຄະ​ນະ​ຊີ້​ນຳ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​ແຫ່ງ​ຊາດ​ລາວ​ຢ້ຽມ​ຢາມ​ຫວຽດ​ນາມ)

(vovworld)- ຕອນ​ເຊົ້າ​ວັນ​ທີ 29/9, ຢູ່​ຮ່າ​ໂນ້ຍ, ​ທ່ານພົນ​ໂທ ໂຕ​ເລິມ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໄດ້​ໃຫ້​ການ​ຕ້ອນ​ຮັບ ຄະ​ນະ​ຊີ້​ນຳ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​ແຫ່ງ​ຊາດ​ລາວ​ ໂດຍ​ທ່ານ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຫ້ອງວ່າ​ການ​ປະ​ທານ​ປະ​ເທດ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​ແຫ່ງ​ຊາດ​ລາວ ພົງ​ສະ​ຫວັດ ບຸບ​ຜາ ເປັນ​ຫົວ​ໜ້າ​ຄະ​ນະ, ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ສອງ​ຝ່າຍ​ໄດ້​ປຶກ​ສາ​ຫາ​ລື, ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ ເພື່ອ​ແນ​ໃສ່​ຊຸກ​ຍູ້​ວຽກ​ງານ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ, ປະ​ກອບ​ສ່ວນ​ປົກ​ປັກ​ຮັກ​ສາ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ, ຮັກ​ສາ​ສະ​ຖຽນ​ລະ​ພາບ​​ດ້ານ​ການ​ເມືອງ​ຂອງ​ແຕ່​ລະ​ປະ​ເທດ.

        ​ທ່ານຮອງ​ລັດຖະ​ມົນ​ຕີ ໂຕ​ເລິມ ເຊື່ອ​ໝັ້ນ​ວ່າ: ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ການ​ພົວ​ພັນ ​ສົມ​ທົບ​ວຽກ​ງານ​ ລະ​ຫວ່າງ​ກະ​ຊວງ​ຕຳ​ຫຼວດ​ຫວຽດ​ນາມ ກັບ​ຄະ​ນະ​ຊີ້​ນຳ​ກ່ຽວ​ກັບ​ສິ​ດ​ທິ​ມະ​ນຸດ​ແຫ່ງ​ຊາດ​ລາວຈະ​ໄດ້​​ຮັບການຍູ້​ແຮງ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ