ຄະນະຊີ້ນຳທາງທິດຕາເວັນຕົກພາກໃຕ້ອວຍພອນປະຊາຊົນຂະແມແຂວງເຮົ້າຢາງເນື່ອງໃນໂອກາດບຸນປະເພນີ

ຄະນະຊີ້ນຳທາງທິດຕາເວັນຕົກພາກໃຕ້ອວຍພອນປະຊາຊົນຂະແມແຂວງເຮົ້າຢາງເນື່ອງໃນໂອກາດບຸນປະເພນີ - ảnh 1
ການນຳອວຍພອນ, ມອບ​ຂອງຂວັນ​ໃຫ້​ບາງ​ວັດ ຂະ​ແມ
(ພາຍ: TTXVN)

(vovworld) - ​ ​ເນື່ອງ​ໃນ​ໂອກາດ​ບຸນ​ເຕັດ​ປະ​ເພນີ​ Chol Chnam Thmay ຂອງ​ພໍ່​ແມ່​ປຊາ​ຊົນ ຂະ​ແມ ພາກ​ໃຕ້, ວັນ​ທີ 07/04 ຄະນະ​ພະນັກງານ​ຄະນະ​ຊີ້​ນຳ​ທາງ​ທິດຕາ​ເວັນ​ຕົກ​ພາກ​ໃຕ້ ​ແລະ ​ແຂວງ ​ເຮົ້າ​ຢາງ ​ໄດ້​ລົງ​ຢ້ຽມຢາມ, ອວຍພອນ, ມອບ​ຂອງຂວັນ​ໃຫ້​ບາງ​ວັດ, ພະນັກງານ​ເບ້ຍ​ບຳນານ, ຄອບຄົວ​ຊາວ​ເຜົ່າ ຂະ​ແມ​ ທີ່​ທຸກ​ຍາກ​ໃນ​ບໍລິ​ເວນ​ແຂວງ. ທີ່ບັນດາ​ບ່ອນທີ່​ຄະນະ​ລົງຢ້ຽມ​ຢາມ, ຄະນະ​ພະນັກງານ​ປາດ​ຖະໜາ​ວ່າ ພໍ່​ແມ່​ປະຊາຊົນ​ຈະສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຜົນງານ, ບົດຮຽນ​ທີ່​ບັນລຸ​ໄດ້, ຕັ້ງໜ້າ​ເພີ່ມ​ພູນ​ຜະລິດຜົນ, ກໍ່ສ້າງບ້ານ​ເກີດ​ເມືອງ​ນອນ​ໃຫ້​ນັບ​ມື້​ນັບ​ຮັ່ງມີ​ ແລະ ສວຍ​ງາມ, ສາມັກ​ຄີບັນດາ​ຊົນ​​ເຜົ່າ ຮ່ວມ​ແຮງ​ຮ່ວມ​ໃຈ​ພັດທະນາ​ເສດຖະກິດ - ສັງຄົມ​ ທ້ອງ​ຖິ່ນ​ເວົ້າ​ສະ​ເພາະ ​ແລະ ​ເຂດ​ທົ່ງພຽງ​ແນ່​ນ້ຳຂອງ​ເວົ້າ​ລວມພະ​ອາຈານ ຫຼີ​ເວະ ຫົວໜ້າ​ສະມາຄົມ​ສາມັກຄີພະສົງ​ສຳມະ​ເນນ​ຮັກ​ຊາດ​ແຂວງ ​ເຮົ້າ​ຢາງ ​ໃຫ້​ຮູ​ວ່າ: ພໍ່​ແມ່​ປະຊາຊົນ​ແຂວງ ​ເຮົ້າ​ຢາງ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ກຳລັງ​ແຮງ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນທັງ​ຊາດ, ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ຂະ​ບວນການ​ແຂ່ງ​ຂັນ​ຮັກ​ຊາດ, ບັນດາ​ການ​ຂົນຂວາຍ ​ເພື່ອ​ຍູ້​ແຮງ​ການ​ພັດທະນາ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​, ຮັກສາ ​ແລະ ​ເສີມ​ຂະຫຍາຍສີສັນ​ວັດທະນະທຳ​ຂອງ​ຊາດ.

 

ຂ່າວ/ບົດ​ອື່ນ