ຄະນະຊີ້ນຳລະດັບລັດ ກ່ຽວກັບ IPU 132 ຈັດວາລະປະຊຸມຄັ້ງທີ 2

ຄະນະຊີ້ນຳລະດັບລັດ ກ່ຽວກັບ IPU 132 ຈັດວາລະປະຊຸມຄັ້ງທີ 2 - ảnh 1
(ຄະນະ​ຊີ້​ນຳ​ລະ​ດັບ​ລັດ​ກ່ຽວ​ກັບ IPU 132 ຈັດ​ວາລະປະຊຸມ​ຄັ້ງ​ທີ 2)

(vovworld) –   ຊີ້​ນຳ​ວາລະ​ປະຊຸມ​ໃນ​ຕອນ​ເຊົ້າ​ວັນ​ທີ 29/07, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ​້ຮຽກ​ຮ້ອງ​ໃຫ້​ບັນດາ​ສະມາຊິກ​ຄະນະ​ຊີ້​ນຳ ຕິດຕາມ​ແຜນການ​, ສືບ​ຕໍ່​ກວດກາ​ຄືນ​ບັນດາ​ວຽກ​ງານ, ​ເນື້ອ​ໃນ ​ເພື່ອ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່ IPU 132 ​​ໃຫ້​ສຳ​ເລັດ​ຜົນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດສະ​ເໜີ​ວ່າ ດ້ວຍ​ບົດບາດ​ເປັນ​ປະ​ເທດ​ເຈົ້າພາບ ຕ້ອງ​ກະກຽມບັນດາ​ເນື້ອ​ໃນ​ດຳ​ເນີນ​ງານຢ່າງ​ລອບ​ຄອບ​ຖີ່​ຖ​້ວນ, ​ໂດຍ​ສະ​ເພາະ​ແມ່ນ “​ແຈ້ງ​ການ​ຮ່າ​ໂນ້ຍ”; ສຸມ​ໃສ່​ໂຄສະ​ນາ​ກ່ຽວ​ກັບ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ ທີ່​ຮັກຫອມ​ສັນຕິພາບ. ຜ່ານ​ກອງ​ປະຊຸມ​ໃຫຍ່, ​​ໂຄສະ​ນາ​ບັນດາ​ຜົນງານ​ດ້ານ​ເສດຖະກິດ​ເຊິ່ງຫວຽດນາມ ບັນ​ລຸ​ໄດ້ ກໍ່​ຄື​ບົດບາດ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ເປັນ​ຕົວ​ແທນ​ຂອງ​ປະຊາຊົນ, ມານະ​ພະຍາຍາມ​ປະກອບສ່ວນ​ເຂົ້າ​ໃນ​ຈຸດໝາຍອັນ​​ສູງ​ສົ່ງ​ແມ່ນເພື່ອ​ສັນຕິພາບ, ພັດທະນາ​​ໃນ​ໂລກ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​​​ໃສ່ໃຈບັນດາ​ສະມາຊິກ​ຄະນະ​ຊີ້​ນຳ ກະກຽມ​ວຽກ​ງານ​ສາ​ທານະ​ສຸກ​ເປັນ​ຢ່າງ​ດີ, ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້​ແກ່​ບັນດາ​ຄະນະ​ຜູ້​ແທນ​ສາກົນ.

ຂ່າວ/ບົດ​ອື່ນ