ຄະນະຊີ້ນຳສູນກາງ ກ່ຽວກັບການປ້ອງກັນ, ຕ້ານສໍ້ລາດບັງຫຼວງ ເຮັດວຽກກັບອົງການໄອຍະການປະຊາຊົນສູງສຸດ

ຄະນະຊີ້ນຳສູນກາງ ກ່ຽວກັບການປ້ອງກັນ, ຕ້ານສໍ້ລາດບັງຫຼວງ ເຮັດວຽກກັບອົງການໄອຍະການປະຊາຊົນສູງສຸດ - ảnh 1
ທ່ານ ຫວຽນ​ບ໋າ​ແທງ, ກຳມະການ​ສູນ​ກາງ​ພັກ,
ຮອງ​ຫົວໜ້າ​ຄະນະ​ປະຈຳ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້ລາດ​ບັງ​ຫຼວງ
(ພາບ: tienphong.vn)

(vovworld) – ຕອນ​​ເຊົ້າ​ວັນ​ທີ 12/9, ຢູ່ ຮ່າ​ໂນ້ຍ, ຄະນະ​ປະຕິບັດ​ງານ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາ​ດບັງ​ຫຼວງ ​ໂດຍ​ທ່ານ ຫວຽນ​ບ໋າ​ແທງ, ກຳມະການ​ສູນ​ກາງ​ພັກ, ຮອງ​ຫົວໜ້າ​ຄະນະ​ປະຈຳ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້ລາດ​ບັງ​ຫຼວງ, ຫົວໜ້າ​ຄະນະ​ວຽກ​ງານການເມືອງ​ພາຍ​ໃນ​ສູນ​ກາງ ​ເປັນ​ຫົວໜ້າ​ຄະນະ, ​ໄດ້​ລົງ​ເຮັດ​ວຽກ​ກັບ​ຄະນະ​ຮັບຜິດຊອບວຽກງານພັກ​ອົງ​ການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ ຫງວຽນ​ບ໋າ​ແທງ ​ໃຫ້​ຮູ້​ວ່າ: ຄະນະ​ມີ​ການ​ເຮັດ​ວຽກ​ກັບ​ຄະນະຮັບຜິດຊອບວຽກງານ​ພັກ​ຂອງອົງການ​ໄອ​ຍະ​ການ​ປະຊາຊົນ​ກ່ຽວ​ກັບ​ສະພາບ​ການ, ໝາກຜົນ​ຂອງ​ວຽກ​ງານ​ກວດກາ, ສືບສວນ, ປະຕິບັດ​ສິດດຳເນີນ.​ ຄະດີສໍ້​ລາ​ດບັງ​ຫຼວງ ​ແລະ ຄະດີ​ເສດ​ເສດຖະກິດ​ທີ່​ມີ​ສນຍາ​ສໍ້ລ​າດບັງ​ຫຼວງໜັກ, ສັບສົນ. ຜ່ານ​ວຽກ​ງານກວ​​ດກາ, ຕິດຕາມ​ກວດກາ​ເພື່ອ​ຄົ້ນ​ພົບ​ສິ່ງ​ຈຳກັດ, ຄວາມ​ອ່ອນ​ດ້ອຍ​ໃນ​ການ​ເຄື່ອນ​ໄຫວ​ກວດກາ, ຕິດຕາມກວດກາ​ຄະດີ, ຄົ້ນພົບ, ເປີດການສອບ​ສວນ​ສືບສວນ, ພິພາກ​ສາ​ບັນດາ​ຄະດີ, ຊອກ​ຮູ້​ບັນດາຄວາມ​ຫຍຸ້ງຍາກ, ສິ່ງ​ຄົງ​ຄ້າງ​ໃນ​ວິວັດ​ການ​ດຳ​ເນີນ​ຄະດີ​ເຊິ່ງອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ພວມ​ປະ​ເຊີນ​ໜ້າ. ຄະນະ​ໄດ້ແລກປ່ຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພື່ອ​​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ ຫຼື ​ແກ້​ໄຂ​ບັນດາ​ກໍລະນີ​ມີ​ລັກສະນະ​ສໍ້​ລາ​ດບັງ​ຫຼວງ​ໜັກ, ສັບສົນ​ເຊິ່ງຫາງ​ສຽງ​ສາກົນ​ມີ​ຄວາມ​ສົນ​ໃຈ, ຜ່ານ​ນັ້ນ​ປັບປຸງ​ບັນ​ດາ​ຂໍ້ຈຳກັດ, ຄວາມ​ອ່ອນ​ດ້ອຍ​ໃນ​ວຽກ​ງານ​ຕໍ່ສູ້​ຕ້ານ​ສໍ້ລາດ​ບັງ​ຫຼວງ​ໃນ​ປະຈຸ​ບັນ, ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ພັກ ​ແລະ ລັດ.

ຂ່າວ/ບົດ​ອື່ນ