ຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ ອວຍພອນງານບຸນແຊນດົນຕາ

ຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ ອວຍພອນງານບຸນແຊນດົນຕາ - ảnh 1

​(ພາບປະກອບ:phattuvietnam.net)

(VOV)- ວັນ​ທີ 11/10,  ຄະນະ​ຜູ້​ແທນ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ ​ໂດຍ​ທ່ານ Bui Ngoc Suong ຮອງ​ຫົວໜ້າ​ຄະນະ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ງານ​ບຸນ​ແຊນ​ດົນ​ຕາຢູ່​ບາງ​ແຂວງ​ໃນ​ເຂດ​ພາກ​ໃຕ້​ຫວຽດນາມ. ນະ​ທີ່​ນີ້, ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ໄດ້ຖາມ​ຂ່າ​ວຄາວ​ກ່ຽວ​ກັບສະພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ນັກບວດ​ຊາວ​ຂະ​ແມ ພ້ອມ​ທັງ​ແຈ້ງ​ໃຫ້​ຊາບ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ລັດ​ຊື່​ງບັນດາ​ທ້ອງ​ຖິ່ນພວມ​ຜັນ​ຂະຫຍາຍ ​ແລະ ປະຕິບັດ​ຢ່າງ​ມີ​ປະສິດ​ທີ່​ຜົນ. ພະ​ມະຫາ​ອາຈານ Tang No ຮອງ​ປະທານ​ສະມາຄົມ​ສາມັກຄີ​ນັກບວດ​ຜູ້​ຮັກ​ຊາດ​ແຂວງ​ຊອກ​ຈັງ ໃຫ້​ຮູ້​ວ່າ:  

   “ພວກ​ອະຕະມາມີ​ຄວາມ​ພາກພູມ​ໃຈ​ທີ່​ສຸດ​ທີ່​ໄດ້​ຕ້ອນຮັບຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ມາ​ຢ້ຽມຢາມ ​ແລະ ອວຍພອນ​ໃນ​ໂອກາດ​ງານ​ບຸນ​ແຊນ​ດົນ​ຕາ. ປີ​ນີ້, ຊາວ​ເຜົ່າ​ຂະ​ແມ​ມີ​ຄວາມ​ພາກພູມ​ໃຈ​ຍ້ອນ​ລະດູ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ, ລາຄາ​ເຂົ້າສູງ, ສະນັ້ນ ປະ​ຊາ​ຊົນ​ຈະ​ຕ້ອນຮັບ​ງານ​ບຸນ​ແຊນ​ດົນຕາມ່ວນ​ກ່ວາ​ທຸກໆ​ປີ

   

 

 

 

ຂ່າວ/ບົດ​ອື່ນ