ຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ຢ້ຽມຢາມ,ມອບຂອງຂວັນໃຫ້ພະສົງສຳມະເນນ,ຄອບຄົວນະໂຍບາຍຂະແມ

ຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ຢ້ຽມຢາມ,ມອບຂອງຂວັນໃຫ້ພະສົງສຳມະເນນ,ຄອບຄົວນະໂຍບາຍຂະແມ - ảnh 1
ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​
ມອບ​ຂອງ​ຂວັນ​ໃຫ້​ພະສົງ​ສຳມະ​ເນນ
(ພາບ: giacngo)


(vovworld) – ​ເນື່ອງ​ໃນ​ໂອກາດງານ​ບຸນ Sene Dolta (ບູຊາ​ປູ່​ຍ່າຕາ​ຍາຍ) ທີ່​ເປັນ​ມູນ​ເຊື້ອ​ຂອງ​ປະຊາ​ຊົນ​ເຜົ່າ​ຂະ​​ແມ ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຫວຽດນາມ, ​ວັນ​ທີ 06/10, ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ຊີ້​ນຳ​ເຂດຕາ​ເວັນ​ຕົກ​ພາກ​ໃຕ້​ ​ໂດຍ​ທ່ານ ​ເຈີ​ນຟີ​ໂຮ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​, ​ເປັນ​ຫົວໜ້າ​ຄະນະ, ​ໄດ້​ລົງ​ຢ້ຽມຢາມ, ມອບ​ຂອງຂວັນ ​ແລະ ອວຍພອນ​ບັນດາ​ພະ​ມະຫາ​ອາຈານ, ພະ​ອາ​ຈານ​, ພະສົງ​ສຳມະ​ເນນ ​ແລະ ພະນັກງານ​ພັກ​ກິນ​ເບ້​ຍບຳນານ, ຄອບຄົວ​ນະ​ໂຍບາຍ​ຂະ​ແມ ດີ​ເດັ່ນ​ຢູ່​ແຂວງ​ຊອກ​ຈັງ. ຢູ່​ທີ່​ນີ້, ທ່ານ ​ເຈີ​ນຟີ​ໂຮ, ​ໄດ້​ຍ້ອງຍໍ​ນ້ຳ​ໃຈສາ​ມັກ​ຄີ​ຂອງ​ບັນດາ​ພະສົງ​ສຳ​ມະ​ເນນ ​ແລະ ປະຊາຊົນ​ຊາວເຜົ່າ​ຂະ​ແມ ​ໄດ້​ຮ່ວມ​​ແຮງ​ຮ່ວມ​ໃຈພ້ອມ​ກັບອຳນາດ​ການ​ປົກຄອງ ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ​ເປັນ​ຢ່າງ​ດີ; ປະກອບສ່ວນ​ພັດທະນາ​ເສດຖະກິດ - ສັງຄົມ, ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທົ່ວ​ສັງຄົມ​ຂອງ​ແຂວງ.

        ພະ​ມະຫາ​ອາຈານ ​ເຢືອງ​ເຍີນ, ຫົວ​ໜ້າ​ຄະນະ​ບໍລິຫານ​ງາ​ນ​ພຸດທະ​ສາສະໜາ, ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ​​ແຂວງ​ຊອກ​ຈັງ ​ເນັ້ນ​ໜັກ​ວ່າ: ​ຍ້ອນ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ພັກ ​ແລະ ລັດ, ມາ​ຮອດ​ປະຈຸ​ບັນ ພື້ນຖານ​ໂຄງ​ລ່າງ​ໃນ​ເຂດຊົນ​ເຜົ່າ​ຂະ​ແມ ​ໄດ້​ຮັບການ​ລົງທຶນ, ສ້າງ​ເງື່ອນ​ໄຂ​​ໃຫ້​ພໍ່​​ແມ່ປະຊາ​ຊົນ​ອອກ​ແຮງງານ, ທຳ​ການ​ຜະລິດ, ຊີວິດ​ການ​ເປັນ​ຢູ່​ນັບ​ມື້​ນັບ​ອີ່ມໜຳ​ສຳລານ, ມີ​ຄວາມຜາ​ສຸກ.

ຂ່າວ/ບົດ​ອື່ນ