ຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ອວຍພອນປີໃໝ່CholChnamThmay ຊາວເຜົ່າຂະແມຢູ່ແຂວງເຮົ້າຢາງ

ຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ອວຍພອນປີໃໝ່CholChnamThmay ຊາວເຜົ່າຂະແມຢູ່ແຂວງເຮົ້າຢາງ - ảnh 1
ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ອວຍພອນຢູ່ວັດ Thommarăngsây
(ພາບ: N.TÂN)

(vovworld) – ວັນ​ທີ 8/4, ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້, ກົມປ້ອງ​ກັນ​ຄວາມ​ສະຫງົບ ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້, ຄະນະ​ກຳມະການ​ຊົນ​​ເຜົ່າ​ ​ໄດ້​ສົມທົບ​ກັບ​​ແຂວງ ​ເຮົ້າ​ຢາງ​ ຈັດ​ຕັ້ງ​ການ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່ Chol Chnam Thmay ບັນດາ​ພະສົງ ​ແລະ ຊາວ​ເຜົ່າ​ຂະ​ແມຢູ່​ວັດ Pothivonevongsa ຢູ່ວັດ​ຕ່າງ​ໆ​ໃນ​ແຂວງ ​ເຮົ້າ​ຢາງ. ຢູ່​ບັນດາ​ວັດ​ດັ່ງກ່າວ, ທ່ານ ຫງວຽນ​ກວດ​ວຽດ, ກຳມະການ​ສະ​ເພາະ​ກິດຄະນະ​ຊີ້​ນຳເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ​ໄດ້​ສົ່ງຄຳ​ອວຍພອນ, ລະດົມ​ກຳລັງ​ໃຈ​ພໍ່​ແມ່​ປະຊາຊົນ​ຊາວ​ເຜົ່າ ຂະ​ແມ ​​ຕ້ອນຮັບ​ປີ​ໃໝ່​ໃນ​ບັນ​ຍາ​ກາດ​ຟົດ​ຟື້ນ, ມ່ວນ​ຊື່ນ, ອົບ​ອຸ່ນ, ປະຢັດ, ປອດ​ໄພ.​​..​ ຜູ້ຕາງໜ້າ​ຄະນະຊີ້​ນຳເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້, ​ແຂວງ ​ເຮົ້າ​ຢາງ ກໍ່​ໄດ້​ມອບ​ຂອງຂວັນ​ໃຫ້​ສະມາຄົມ​ສະມັກ​ຄີ ພະສົງ​ຮັກ​ຊາດ, ບັນດາວັດ​ພຸດທະ​ສາສະໜາ ນາມ​ຕົງ ​ແລະ ຄອບ​ຄົວ​ຊາວ ຂະ​​​ແມ ທີ່​ປະສົບ​ກັບ​ຄວາມຫຍຸ້ງຍາກ​ຈຳນວນ​ໜຶ່ງ.




ຂ່າວ/ບົດ​ອື່ນ