ຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອ ຜັນຂະຫຍາຍໜ້າທີ່ປີ 2013

ຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອ ຜັນຂະຫຍາຍໜ້າທີ່ປີ 2013 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ ຊີ້​ນຳ​ທີ່ກອງປະຊຸມ
(ພາບ: cpv.org.vn)


(vovworld) -     ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເຂດ​ໄຕ​ບັກ ໝາຍ​ເຖິງ​ເຂດຕາ​ເວັນ​ຕົກ​ສ່ຽງ​​ເໜືອ ​ຄວນເອົາ​ໃຈ​ໃສ່​ເຖິງ 3 ບັນຫາ​ຕົ້ນ​ຕໍ່​ນັ້ນ​ແມ່ນ, ພັດທະນາການ​ປູກຕົ້ນ​ຢາງພາລາ, ຄຸ້ມ​ຄອງ; ຂຸດ​ຄົ້ນ​ແຮ່​ເທດ ​ແລະ ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ເຂດ. ນີ້​ແມ່ນ​ເນື້ອ​ໃນ​ຊີ້​ນຳ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸ໋ກ, ຫົວໜ້າ​ຄະນະ​ຊີ້​ນຳ​ເຂດຕາ​ເວັນ​ຕົກ​ສ່ຽງ​​ເໜືອ ​ໄດ້​ເນັ້ນ​ໜັກ​ເຖິງ​ໃນ​ການ​ເຮັດ​ວຽກກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ໜ້າ​ທີ່ປີ 2013 ຂອງ​ຄະນະ​ຊີ້​ນຳ​​ເຂດຕາ​ເວັນ​ຕົກ​ສ່ຽງ​​ເໜືອ, ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 14/01, ຢູ່​ນະຄອນ​ລາວ​ກາຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽໜຊວນ​ຟຸ໋ກ ຖື​ວ່າ, ​ໃນ​ໄລຍະ​ຜ່ານ​ມາ, ຄະນະ​ຊີ້​ນຳ​​ເຂດຕາ​ເວັນ​ຕົກ​ສ່ຽງ​​ເໜືອ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ຂອງ​ອົງການ​​ເສ​ນາ​ທິການ​ເປັນ​ຢ່າງ​ດີ, ຊ່ວຍ​ໃຫ້​ກົມ​ການ​ເມືອງ, ຄະນະ​ເລຂາສູນ​ກາງ​ພັກ ​ແລະ ນາຍົກລັດຖະມົນຕີ ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ພັດທະນາ​ເຂດຕາ​ເວັນ​ຕົກ​ສ່ຽງ​​ເໜືອ. ຄຽງ​ຂ້າງ​ນັ້ນ, ຄະນະ​ຊີ້​ນຳ​​ເຂດຕາ​ເວັນ​ຕົກ​ສ່ຽງ​​ເໜືອ ​ໄດ້​ສົມທົບ​ກັບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນຕ່າງໆ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຍົກ​ອອກ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຂໍ້​ຕິດ​ຂັດ​ເທື່ອ​ລະ​ກ້າວ, ​ເພື່ອ​ຊ່ວຍ​ໃຫ້​ທ້ອງ​ຖິ່ນ​ຕ່າງໆ​ພັດທະນາ​ເສດຖະກິດ, ສັງຄົ​ມ ​ແລະ ຮັບປະກັນ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​​ໃນ​ບໍລິ​ເວນ​ແຂວງ.

ຂ່າວ/ບົດ​ອື່ນ