ຄະນະຊີ້ນຳເຂດທາງທິດຕາເວັນຕົກພາກໃຕ້ອວຍພອນວັດຄະແມຈາວີງເນື່ອງໃນໂອກາດບຸນເຊັນດົນຕາ2016

ຄະນະຊີ້ນຳເຂດທາງທິດຕາເວັນຕົກພາກໃຕ້ອວຍພອນວັດຄະແມຈາວີງເນື່ອງໃນໂອກາດບຸນເຊັນດົນຕາ2016 - ảnh 1
ຄະນະຊີ້ນຳເຂດທາງທິດຕາເວັນຕົກພາກໃຕ້ອວຍພອນ
ວັດຄະແມຈາວີງເນື່ອງໃນໂອກາດບຸນເຊັນດົນຕາ2016
(ພາບ: TTXVN)

(vovworld) - ​ເນື່ອງ​ໃນ​ໂອກາດ​ງານ​ບຸນ ​ເຊັນ​ດົນ​ຕາ - ​ຊື່​ງແມ່ນ​ໜຶ່ງ​ໃນ 3 ງານ​ບຸນ​ໃຫຍ່​ຂອງ​ພໍ່​ແມ່​ປະຊາຊົນ​ເຜົ່າ​ຂະ​​ແມ​ເຂດ​ທາງ​ທິດຕາ​ເວັນ​ຕົກ​ພາກ​ໃຕ້, ຕອນ​ບ່າຍ​ວັນ​ທີ 27/09 ຄະນະ​ການ​ນຳ​ຄະນະ​ຊີ້ນ​ຳ​ເຂດທາງ​ທິດຕາ​ເວັນ​ຕົກ​ພາກ​ໃຕ້​ໄດ​້ລົງຢ້ຽມຢາມ ​ແລະ ອວຍພອນ​ບັນດາ​ວັດ, ພະນັກງານຜູ້​ອາວຸ​ໂສ ​ແລະ ຄອບຄົວ​ນະ​ໂຍບາຍ​ຊາວ​ເຜົ່າ​ຂະແມ​ດີ​ເດັ່ນ​ຢູ່​ແຂວງ ຈາ​ວີ​ງ . ຢູ່​ແຕ່ລະ​ແຫ່ງ​ທີ່​ຄະນະ​ໄປ​ຢາມ ຄະນະ​ການ​ນຳ​ໄດ້​ແຈ້ງ​ໂດຍສັງ​ເຂ​ບກ່ຽວ​ກັບ​ສະພາບ​ການ​ພັດ​ທະນາ​ເສດຖະກິດ - ສັງຄົມ​ໃນ​ເຂດ​ພໍ່​ແມ່​ປະຊາຊົນ​ເຜົ່າ​ຂະ​ແມ​ເຂດ​ທາງ​ທິດຕາ​ເວັນ​ຕົກ​ພາກ​ໃຕ້; ຢ​້ຽມຢາມ​ຖານ​ຂ່າວ, ຊີວິດ​ການ​ເປັນ​ຢູ່; ອວຍພອນ​ໃຫ້​ບັນດາ​ຜູ້​ອາວຸ​ໂສ, ພະສົງ​ສຳມະ​ເນນ ​ແລະ ພໍ່​ແມ່​ພີ່ນ້ອງ​ຊາວ​ພຸດ​ເຜົ່າ​ຂະແມ ​ຕ້ອນຮັບ​ບຸນ ​ເຊັນ​ດົນ​ຕາ ​ຢ່າງເບີກບານ​ມ່ວນ​ຊື່ນ ​ແລະ ປະຢັດ. ພ້ອມ​ທັງ ປຸກລະດົມ​ບັນດາ​ຄອບຄົວ​ນະ​ໂຍບາຍ, ພໍ່​ແມ່​ປະຊາຊົນ​​ເຜົ່າຂະ​ແມ​ສືບ​ຕໍ່​ສາມັກຄີ, ສ້າງ​ຊີວິດ​ດ້ານວັດທະນະທຳ ​ແລະ ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ; ຍູ້​ແຮງ​ການ​ຜະລິດ ປະກອບສ່ວນ​ປະຕິບັດ​ວຽກ​ງານລົບ​ລ້າງ​ຄວາມ​ອຶດຫິວຫລຸດ​ຜ່ອນ​ຄວາມທຸກ​ຍາກ, ພັດທະນາ​ເສດຖະກິດ​ຢູ່​ທ້ອງ​ຖິ່ນ.

 

ຂ່າວ/ບົດ​ອື່ນ