ຄະນະຊີ້ນຳເຂດໄຕງວຽນ ຢ້ຽມຢາມລາວ

ຄະນະຊີ້ນຳເຂດໄຕງວຽນ ຢ້ຽມຢາມລາວ  - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ອາຊາ​ງລາວ​ລີ ​ໃຫ້ການ​ຕ້ອນຮັບ​ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ​ໂດຍ​ທ່ານ Trieu Xuan Hoa ຮອງ​ຫົວໜ້າ​ຄະນະ​ເປັນ​ຫົວໜ້າ
(ພາບ: internet)


Vovworld- ວັນ​ທີ ​30/7 ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ແຫ່ງ ສປປລາວ ອາຊາ​ງລາວ​ລີ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ​(ພາກກາງ​ຫວຽດນາມ) ​ໂດຍ​ທ່ານ Trieu Xuan Hoa ຮອງ​ຫົວໜ້າ​ຄະນະ​ເປັນ​ຫົວໜ້າ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ແຫ່ງ ສປປລາວ ອາຊາ​ງລາວ​ລີ ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ລາວ​ຂອງ ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ​ໃນ​ຄັ້ງ​ນີ້ ຊຶ່ງ​ເປັນ​ການ​ຊ່ວຍ​ປະ​ເທດ​ລາວ​ກ່ຽວກັບ​ບົດຮຽນ​ການ​ເຄື່ອນ​ໄຫວ​ພັດທະນາ​ເສດຖະກິດ​ສັງຄົມ​ຢູ່​ເຂດ​ຊາຍ​ແດນ, ​ເຂດ​ປະຊາຊົນ​ບັນດາ​ເຜົ່າ, ​ເຂດ​ຊົນນະບົດ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ແຫ່ງ ສປປລາວ ອາຊາ​ງລາວ​ລີ ສະ​ແດງ​ຄວາມ​ຫວັງ​ວ່າ ​ໃນ​ເວລາ​ເຄື່ອນ​ໄຫວປະຕິບັດ​ງານ​ຢູ່​ລາວ, ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນຈະ​ຊ່ວຍ​ບັນດາ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ຂອງ​ລາວ​​ເພື່ອ​ປະຕິບັດວຽກ​ງານ​ປ​້ອງກັນ​ຄວາມ​ສະຫງົບ, ທັບ​ມ້າງ​ທຸກ​ກົນອຸບາຍ​ຫວັງ​ມ້າງ​ເພ​ທຳລາຍ​, ກໍ່​ຄວາມ​ແບ່ງ​ແຍກ​ຂອງ​ບັນດາ​ອິດ​ທິກຳລັງ​ເປັນ​ປໍ​ລະ​ປັກ, ພ້ອມ​ກັນ​ນັ້ນ​ກໍ​ຮັດ​ແໜ້ນ​ສາຍ​ພົວພັນ​ລະຫວ່າງ 2 ປະ​ເທດ​ຫວຽດນາມ-ລາວ​ໃຫ້​ດີ​ຍິ່ງໆ​ຂຶ້ນ.

ຂ່າວ/ບົດ​ອື່ນ