ຄະນະຊີ້ນຳແຫ່ງຊາດ ເຫັນດີເປັນເອກະພາບດັດປັບພະຍາດໂຄວິດ - 19 ຈາກໝວດ A ເປັນໝວດ B

(VOVWORLD) - ຄະນະຊີ້ນຳແຫ່ງຊາດໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສືບຕໍ່ຄົ້ນຄ້ວາ 7 ຂໍ້ກ່າວເຕືອນຂອງອົງການອະນາໄມໂລກ (WHO) ເພື່ອໝູນໃຊ້ເໝາະສົມກັບສະພາບການໂລກລະບາດຂອງ ຫວຽດນາມ
 

ຫ້ອງວ່າການລັດຖະບານຫາກໍ່ປະກາດໃຊ້ເອກະສານໂດຍປະກາດຂໍ້ສະຫລຸບຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ -19 ທີ່ກອງປະຊຸມຄັ້ງທີ 20 ຂອງຄະນະຊີ້ນຳ, ກອງປະຊຸມທາງໄກກັບບັນດາທ້ອງຖິ່ນ. ເອກະສານໄດ້ຊີ້ແຈ້ງວ່າ ຄະນະຊີ້ນຳແຫ່ງຊາດເປັນເອກະພາບດ້ວຍຂໍ້ສະເໜີຂອງກະຊວງສາທາລະນະສຸກ ກ່ຽວກັບການດັດປັບໂລກລະບາດໂຄວິດ -19 ຈາກໝວດ A ເປັນໝວດ B.

        ຄະນະຊີ້ນຳແຫ່ງຊາດໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສືບຕໍ່ຄົ້ນຄ້ວາ 7 ຂໍ້ກ່າວເຕືອນຂອງອົງການອະນາໄມໂລກ (WHO) ເພື່ອໝູນໃຊ້ເໝາະສົມກັບສະພາບການໂລກລະບາດຂອງ ຫວຽດນາມ; ສ້າງແຜນການປ້ອງກັນ, ຕ້ານໂລກລະບາດ ໂຄວິດ -19 ໃຫ້ເໝາະສົມກັບສະພາບການໃໝ່, ພິເສດແມ່ນເພີ່ມທະວີວຽກງານການແພດຂັ້ນຮາກຖານ, ການແພດປ້ອງກັນ. ພ້ອມທັງ, ສືບຕໍ່ເສີມຂະຫຍາຍຈິດໃຈສາມັກຄີ, ແກ້ໄຂຜົນຮ້າຍຢ້ອນຫຼັງຂອງໂລກລະບາດທີ່ອາດຈະຍັງແກ່ຍາວ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນໃຫ້ມີສະຖຽນລະພາບ, ເປັນຕົ້ນແມ່ນສຳລັບບັນດາຜູ້ຖືກຜົນຮ້າຍຢ້ອນຫຼັງ, ຜົນກະທົບຂອງໂລກລະບາດ, ພິເສດແມ່ນເດັກກຳພ້າ.

ຕອບກັບ

ຂ່າວ/ບົດ​ອື່ນ