ຄະນະຊາວໜຸ່ມ ຫວຽດນາມ - ລາວ ເພີ່ມທະວີການຮ່ວມມື

ຄະນະຊາວໜຸ່ມ ຫວຽດນາມ - ລາວ ເພີ່ມທະວີການຮ່ວມມື - ảnh 1
ຄະນະ​ຜູ້​ແທນ​ສູນ​ກາງຄະນະຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ພົບ​ປະ​ເຈລະຈາ​
ກັບ​ຄະນະ​ຜູ້​ແທນ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ປະຊາຊົນ​ ປະຕິວັດ ລາວ
(ພາບ: vietnam+)

(vovworld) - ຕອນ​ບ່າຍ​ວັນ​ທີ 08/03 ຢູ່​ເມືອງ ຫຼັກ​ຊາວ ​ແຂວງ ບໍລິ​ຄຳ​ໄຊ ພາກ​ກາງ ລາວ​, ຄະນະ​ຜູ້​ແທນ​ສູນ​ກາງຄະນະຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ໂດຍ​ທ່ານ ​ເລກ​ວກຟອງ, ​ເລຂາ​ທີ 1 ຄະນະ​ບໍລິຫານ​ງານສູນ​ກາງຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ນຳ​ໜ້າ ​ໄດ້​ມີ​ການພົບ​ປະ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ ລາວ ​ໂດຍ​ທ່ານ ສອນ​ທະນູ ທຳ​ມະ​ວົງ ​ເລຂາ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ ລາວ ​ເປັນ​ຫົວ​ໜ້າ​ຄະນະ. ທີ່​ການ​ພົບ​ປະ​ເຈລະຈາ 2 ຝ່າຍ​ໄດ້​ເຫັ​ນດີ​ເປັນ​ເອກະພາບ​ສືບ​ຕໍ່​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ, ສຶກສາອົບ​ຮົບໃຫ້ຊາວ​ໜຸ່ມ, ​ເຍົາວະ​ຊົນ 2 ປະ​ເທດ​ກ່ຽວ​ກັບ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າ​ງ 2 ປະ​ເທດ ຫວຽດນາມ - ລາວ; ສືບ​ຕໍ່​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະ​ຜູ້​ແທນ​ລະຫວ່າງ 2 ​ອົງການຈັດ​ຕັ້ງ. ​ໃນ​ປີ 2017 2 ຝ່າຍ​ຈະ​ສືບ​ຕໍ່​ຮັກສາ ​ແລະ ຍົກ​ສູງ​ຄຸນ​ນະພາ​ບບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ນັກທຸລະກິດ​ໜຸ່ມ, ​ໃນ​ນັ້ນ ຈະ​ຈັດ​ຕັ້ງ​ລາ​ຍການ​ພົບ​ປະ​ວິ​ສາ​ຫະກິດ​ໜຸ່ມ ຫວຽດນາມ - ລາວ ຢູ່ ລາວ ​ເພື່ອ​ນຳ​ການ​ເຄື່ອນ​ໄຫວ​ນີ້ ​ເຂົ້າ​ສູ່ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ​ແທດ​ຈິງ​ກ່ວາ​ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ