ຄະ​ນະ​ຊາວ​ໜຸ່ມ​ຄອມ​ມູ​ນິດ ໂຮ່​ຈີ​ມິນ ແຂວງ ຮ​ວ່າ​ບິ່ງ ເລີ່ມ​ດຳ​ເນີນເດືອນ​ຊາວ​ໜຸ່ມ​ປີ 2024

(VOVWORLD) - ເດືອນຊາວໜຸ່ມ ປີ 2024 ດ້ວຍຫົວຂໍ້ “ຊາວໜຸ່ມຕະລຸມບອນຂານອາສາ ເພື່ອຊີວິດຊຸມຊົນ” ເຊິ່ງຈະດຳເນີນແຕ່ວັນທີ 1 ມີນາ ຫາວັນທີ 31 ມີນາ 2024.
ຄະ​ນະ​ຊາວ​ໜຸ່ມ​ຄອມ​ມູ​ນິດ ໂຮ່​ຈີ​ມິນ ແຂວງ ຮ​ວ່າ​ບິ່ງ ເລີ່ມ​ດຳ​ເນີນເດືອນ​ຊາວ​ໜຸ່ມ​ປີ 2024 - ảnh 1ພິທີເລີ່ມດຳເນີນເດືອນຊາວໜຸ່ມ (ພາບ: doanthanhnien.vn)

ວັນທີ 25 ກຸມພາ, ຢູ່ຕາແສງ ຟອງຝຸ, ເມືອງ ເຕິນລາກ, ແຂວງ ຮວ່າບິ່ງ, ຄະນະຊາວໜຸ່ມກຸ່ມບັນດາອົງການສຳນັກງານຂັ້ນສູນກາງ ໄດ້ສົມທົບກັບຄະນະປະຈຳຄະນະຊາວໜຸ່ມແຂວງ ຮວ່າບິ່ງ ຈັດພິທີປຸກລະດົມງານບຸນປູກຕົ້ນໄມ້ ລະດູບານໃໝ່ປີມະໂລງ ແລະ ເລີ່ມດຳເນີນເດືອນຊາວໜຸ່ມປີ 2024; ຜັນຂະຫຍາຍບັນດາການເຄື່ອນໄຫວຊ່ວຍເຫຼືອສັງຄົມ. ເຂົ້າຮ່ວມເຫດການ ມີຜູ້ຕາງໜ້າການນຳບັນດາອົງການ, ຄະນະ, ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ.

ເດືອນຊາວໜຸ່ມ ປີ 2024 ດ້ວຍຫົວຂໍ້ “ຊາວໜຸ່ມຕະລຸມບອນຂານອາສາ ເພື່ອຊີວິດຊຸມຊົນ” ເຊິ່ງຈະດຳເນີນແຕ່ວັນທີ 1 ມີນາ ຫາວັນທີ 31 ມີນາ 2024. ໃນເດືອນຊາວໜຸ່ມ, ຄະນະປະຈຳຄະນະຊາວໜຸ່ມແຂວງ ຮວ່າບິ່ງ ແລະ ຄະນະຊາວໜຸ່ມກຸ່ມບັນດາອົງການສຳນັກງານຂັ້ນສູນກາງ ໄດ້ສຸມໃສ່ 4 ຂົງເຂດການເຄື່ອນໄຫວ, ເຊັ່ນ: ຈັດຕັ້ງບັນດາກິດຈະກຳໂຄສະນາ, ສຶກສາ; ຈັດຕັ້ງກິດຈະກຳເສີມຂະຫຍາຍນ້ຳໃຈຕະລຸມບອນ, ຂານອາສາ, ປະດິດຄິດສ້າງຂອງຊາວໜຸ່ມໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ; ຈັດຕັ້ງບັນດາກິດຈະກຳຮ່ວມເດີນທາງພ້ອມກັບຊາວໜຸ່ມ; ເບິ່ງແຍງດູແລ, ໜູນຊ່ວຍຊາວໜຸ່ມເຍົາວະຊົນ ແລະ ສ້າງຄະນະຊາວໜຸ່ມໝັ້ນຄົງເຂັ້ມແຂງ, ເປີດກວ້າງແນວໂຮມສາມັກຄີ, ເຕົ້າໂຮມຊາວໜຸ່ມ, ຄະນະຊາວໜຸ່ມເຂົ້າຮ່ວມການກໍ່ສ້າງພັກ ແລະ ລະບົບການເມືອງ.

ພາຍຫຼັງພິທີເລີ່ມເຄື່ອນໄຫວ, ບັນດາຜູ້ແທນໄດ້ເຂົ້າຮ່ວມກິດຈະກຳຕ່າງໆເພື່ອຕອບສະໜອງເຊັ່ນ: ຕິດປ້າຍກິດຈະກຳຊາວໜຸ່ມກຸ່ມບັນດາອົງການສຳນັກງານຂັ້ນສູນກາງ; ເລີ່ມລົງມືກໍ່ສ້າງ “ເຮືອນແຫ່ງຄວາມເມດຕາປານີ” ໃຫ້ແກ່ຄອບຄົວຊາວໜຸ່ມທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດຢູ່ຕາແສງ ຟອງຝຸ; ເປີດສະຫຼອງ ແລະ ມອບກິດຈະກຳຊາວໜຸ່ມ “ຕິດຕັ້ງລະບົບດອກເຍືອງທາງຢູ່ເຂດຊົນນະບົດ”… ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງກໍໄດ້ມອບຂອງຂວັນໃຫ້ແກ່ຜູ້ທຸກຍາກອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ