ຄະນະຊາວໜຸ່ມຫວຽດນາມອາໄສຢູ່ຕ່າງປະເທດຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດຮຸ່ງ

ຄະນະຊາວໜຸ່ມຫວຽດນາມອາໄສຢູ່ຕ່າງປະເທດຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດຮຸ່ງ - ảnh 1
(ພາບປະກອບ)

​​(vovworld) - ​ໂດຍ​ນອນ​ໃນ​ລາຍ​ການ​ຄ້າຍ​ພັກ​ແລ້ງ​ຫວຽດນາມ ປີ 2015 ດ້ວຍ​ຫົວ​ຂໍ້ “ເອກ​ອ້າງ​ທະ​ນົງ​ໃຈ ຫວຽດ​ນາມ”, ຕອນ​ເຊົ້າ​ວັນ​ທີ 15/07, ຊາວ​ໜຸ່ມ, ນັກ​ສຶກສາດີ​ເດັ່ນ​ເຊິ່ງ​ແມ່ນ​ຊາວຫວຽດນາມ ​ອາ​ໄສ​ຢູ່​ຕ່າງປະ​ເທດກວ່າ 160 ຄົນ ທີ່​ມາ​ຈາກ 21 ປະ​ເທດ​ໄດ້​​ໄປຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນດາ​ເ​ຈົ້າ​ຊີວິດ​ຮຸ່ງ, ຢູ່​ເຂດ​ປູຊະນີຍະສະຖານ​ປະຫວັດສາດ​ວິຫານ​ຮຸ່ງ, ນະຄອນ​ວຽດຈີ່, ​ແຂວງ​ຟຸທ້ໍ. ບັນດາ​ຊາວ​ໜຸ່ມ, ນັກ​ສຶກສາ​ຫວຽດນາມ​ ອາ​ໄສຢູ່​ຕ່າງປະ​ເທດ ​ໄດ້​ສະ​ແດງ​ຄວາ​ມສະ​ເທື່ອນ​ໃຈອາ​ໄລ​ຫາ, ຕອບບຸນ​ແທນ​ຄຸນຕໍ່​ບັນພະບຸລຸດ​ທີ່​ມີ​ຄຸນງາມຄວາມດີ​ໃນ​ການ​ສ້າງສາ ​​ແລະ ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ​ເຖິງ​ວ່າ​ດຳລົງ​ຊີ​ວິດ​ຢູ່​ຕ່າງປະ​ເທດ, ​ແຕ່​ຊາວ​ຫວຽດນາມ ຍາມ​ໃດ​ກໍ​​ເສີມ​ຂະຫຍາຍ​ນ້ຳໃຈ​ຮັກ​ຊາດ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ຊາດ, ມຸ່ງ​ໄປ​ສູ່​ກົກ​ເຄົ້າ​ເຫງົ້າ​ກໍ. ​ເລື່ອງ​ຈັດ​ຕັ້ງ​ໃຫ້ປະຊາຊົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ກັບ​ເມືອ​ປະ​ເທດ​ຄັ້ງ​ນີ້ ​ໄດ້​ຊີ້​ໃຫ້​ເຫັນຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ ​ແລະ ລັດ​ທີ່​ມີ​ຕໍ່​ຊາວ​ຫວຽດນາມ ອາ​ໄສຢູ່​ຕ່າງປະ​ເທດ, ຢືນຢັນ​ປະຊາ​ຄົມຊາວ​ຫວຽດນາມ ຢູ່ຕ່າງປະ​ເທດ ​ແມ່ນ​ພາກ​ສ່ວນ​ໜຶ່ງ​ທີ່ບໍ່ອາດ​ຕັດ​ແຍກ​ອອກຈາກ​ປະ​ເທດ​ຫວຽດນາມ ​ໄດ້, ​ແມ່ນ​ແຫຼ່ງກຳລັງ ​ແລະ ຂົວ​ເຊື່ອມ​ຕໍ່​ກັບສາກົນ​ທີ່ສຳຄັນ​ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ