ຄະນະຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດຜັນຂະຫຍາຍແຜນຕິດຕາມກວດກາ

ຄະນະຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດຜັນຂະຫຍາຍແຜນຕິດຕາມກວດກາ - ảnh 1
​ຄະນະຕິດຕາມກວດກາຜັນຂະຫຍາຍການຕິດຕາມ​ກວດກາ​ຫົວ​ເລື່ອງ “ ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ໄລຍະ 2005-2012”

(Vovworld)- ຕອນ​ບ່າຍວັນທີ 14/9, ກຳມາ​ທິການ​ບັນດາ​ບັນຫາສັງຄົມ​ຂອງ​ສະພາ​​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຜັນ​ຂະຫຍາຍ ​ແລະ ປຶກສາ​ຫາລື​ແຜນການ​ລະອຽດ​ກ່ຽວ​ກັບ​ປະຕິບັດມະຕິຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມຊຸດ​ທີ 13 ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ຄະນະ​ຕິດຕາມ​ກວດກາ​ຫົວ​ເລື່ອງ “ ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ໄລຍະ 2005-2012” ລາຍການ​ຕິດຕາມ​ກວດກາ​ເພື່ອ​ແນ​ໃສ່​ຕີ​ລາຄາ​ບັນດາ​ໝາກຜົນ​ທີ່​ບັນລຸ​ມາ​ໄດ້ ​ແລະ ຍັງ​ບໍ່​ທັນ​ສາມາດ​ບັນລຸ,​ ສາຍ​ເຫດ, ຄວາມ​ຫຍຸ້ງຍາກ, ສິ່ງ​ຄ້າງ​ຄາ ​ແລະ ບາງ​ບົດຮຽນ​ຈາກ​ພຶດຕິ​ກຳ​ຕົວ​ຈິງ. ພ້ອມ​ກັນ​ນັ້ນ ກໍ​ຮັບຮອງ​ເອົາ​ແຜນ​ງານ​ຕິດຕາມ​ກວດກາ​ເພື່ອ​ສະ​ເໜີ​ວິທີ​ການ​ແກ້​ໄຂຍົກ​ສູງ​ປະສິດທິ​ຜົນ​ການ​ປະຕິບັດ ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ນຳ​ສະ​ເໜີ​ການ​ກໍ່ສ້າງ, ດັບ​ແປງ, ​ເພີ່ມ​ເຕີມ ນະ​ໂຍບາຍ, ກົດໝາຍ​ທີ່​ກ່ຽວຂ້ອງ. ຮູບ​ການ​ຕິດຕາມ​ກວດກາ​ແມ່ນ ກຳມາ​ທິການ​ບັນດາ​ບັນຫາສັງຄົມ​ຂອງ​ສະພາ​​ແຫ່ງ​ຊາດ​ຫວຽດນາມ​ ແຕ່​ງຕັ້ງ 5 ຄະນະ​ຕິດຕາມ​ກວດກາ​ບັນດາ​ອົງການ​ສຳນັກງານ​ທີ່​ກ່ຽວຂ້ອງ ​ແລະ ຢູ່​ທ້ອງ​ຖິ່ນ​ຈຳນວນ​ໜ່ຶງ ​ເພື່ອ​ຕີ​ລາຄາ​ການ​ປະຕິບັດ ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ແນ​ະນຳ​ບັນດາ​ຄະນະ ສ.ສ.ຊ ທ້ອງ​ຖິ່ນ​ຈັດ​ຕັ້ງ​ການ ຕິດຕາມ​ກວດກາ, ຈັດ​ບາງ​ກອງ​ປະຊຸມ, ການ​ສຳ​ມະ​ນາ​ຫົວ​ເລື່ອງ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ...

ຂ່າວ/ບົດ​ອື່ນ