ຄະນະນັກກິລາຄົນພິການ ຫວຽດນາມ ອອກເດີນທາງໄປເຂົ້າຮ່ວມ ASEAN Para Games 11

(VOVWORLD) -ຄະນະນັກກິລາຄົນພິການ ຫວຽດນາມ ເຂົ້າຮ່ວມ ASEAN Para Games 11 ຢູ່ ອິນໂດເນເຊຍ ລວມມີສະມາຊິກທັງໝົດ 153 ຄົນ, ໃນນັ້ນມີນັກກິລາ 120 ຄົນ.
ຄະນະນັກກິລາຄົນພິການ ຫວຽດນາມ ອອກເດີນທາງໄປເຂົ້າຮ່ວມ ASEAN Para Games 11 - ảnh 1(ຄະນະນັກກິລາຄົນພິການ ຫວຽດນາມ ເຂົ້າຮ່ວມ ASEAN Para Games 11)

ຕອນເຊົ້າວັນທີ 20 ກໍລະກົດ, ຢູ່ນະຄອນ ໂຮ່ຈີມິນ, ກົມໃຫຍ່ກິລາກາຍຍະກຳ ໄດ້ສົມທົບກັບພະແນກວັດທະນະທຳ ແລະ ກິລາ ນະຄອນ ໂຮ່ຈີມິນ, ສະມາຄົມ Paralympic ຫວຽດນາມ ຈັດພິທີອອກເດີນທາງຂອງຄະນະນັກກິລາຄົນພິການ ຫວຽດນາມ ໄປເຂົ້າຮ່ວມງານມະຫາກຳກິລາຄົນພິການອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 11 (ASEAN Para Games 11).

        ຄະນະນັກກິລາຄົນພິການ ຫວຽດນາມ ເຂົ້າຮ່ວມ ASEAN Para Games 11 ຢູ່ ອິນໂດເນເຊຍ ລວມມີສະມາຊິກທັງໝົດ 153 ຄົນ, ໃນນັ້ນມີນັກກິລາ 120 ຄົນ. ບັນດານັກກິລາໄດ້ເຂົ້າຮ່ວມການແຂ່ງຂັນ 8 ໃນຈຳນວນ 14 ປະເພດກິລາຂອງງານມະຫາກຳນີ້. ASEAN Para Games 11 ເລີ່ມຈັດຂຶ້ນແຕ່ວັນທີ 26 ກໍລະກົດ ຫາວັນທີ 07 ສິງຫາ 2022.

ຕອບກັບ

ຂ່າວ/ບົດ​ອື່ນ