ຄະນະນັກກິລາຄົນພິການ ຫວຽດນາມ ອອກເດີນທາງໄປເຂົ້າຮ່ວມ Para Games 9

(VOVWORLD) - ພິທີອອກເດີນທາງໄປເຂົ້າຮ່ວມງານມະຫາກຳກິລາ ຄົນພິການ ອາຊີຕາເວັນອອກສ່ຽງໃຕ້ 2017 – Para Games 9 ໄດ້ຈັດຕັ້ງໃນຕອນເຊົ້າວັນທີ 11 ກັນຍາ ຢູ່ນະຄອນ ໂຮ່ຈີມິນ. 
ຄະນະນັກກິລາຄົນພິການ ຫວຽດນາມ ອອກເດີນທາງໄປເຂົ້າຮ່ວມ Para Games 9 - ảnh 1ພິທີອອກເດີນທາງໄປເຂົ້າຮ່ວມງານມະຫາກຳກິລາ ຄົນພິການ ອາຊີຕາເວັນອອກສ່ຽງໃຕ້ 2017 – Para Games 9 

ຄະນະນັກກິລາ ຄົນພິການ ຫວຽດນາມ ເຂົ້າຮ່ວມ Para Games 9  ມີສະມາຊິກ 192 ຄົນ, ໃນນັ້ນມີນັກກິລາ ຄົນພິການ 142 ຄົນ. ບັນດານັກກິລາ ໄດ້ແຂ່ງຂັນໃນ 8 ປະເພດກິລາຄື: ລອຍນ້ຳ, ແລ່ນ ແລະ ລານ, ຍົກນ້ຳໜັກ, ຕີດອກປີກໄກ, boccia, ບານເຕະຄົນພິການຕາ ແລະ ປິງປອງ. ຄະນະ ນັກກິລາ ຄົນພິການ ຫວຽດນາມ ສູ້ຊົນຍາດໄດ້ຜົນງານສູງສຸດທີ່ງານມະຫາກຳກິລາຄັ້ງນີ້.  Para Games 9 ຈະໄດ້ຮັບການຈັດຕັ້ງຢູ່ນະຄອນຫຼວງ ກົວລາລຳປົວ, ປະເທດ ມາເລເຊຍ ແຕ່ວັນທີ 17 -24 ກັນຍາ ດ້ວຍ 16 ປະເພດກິລາ.

ຕອບກັບ

ຂ່າວ/ບົດ​ອື່ນ