ຄະ​ນະ​ນັກ​ກິ​ລາ​ຄົນ​ພິ​ການ ຫວຽດ​ນາມ ເດີນ​ທາງ​​ເຂົ້າ​ຮ່ວມ ອາ​ຊຽນ PARA Games 12

(VOVWORLD) -  ອາຊຽນ PARA Games 12 ປີນີ້ ຖືກຈັດຂຶ້ນຢູ່ນະຄອນຫຼວງ ພະນົມເປັນ, ປະເທກຳປູເຈຍ ແຕ່ວັນທີ 3 – 9 ມິຖຸນາ ດ້ວຍນັກກິລາຫຼາຍກວ່າ 2.600 ຄົນ ທີ່ມາຈາກ 11 ປະເທດສະມາຊິກ ອາຊຽນ ເຂົ້າຮ່ວມ.
ຄະ​ນະ​ນັກ​ກິ​ລາ​ຄົນ​ພິ​ການ ຫວຽດ​ນາມ ເດີນ​ທາງ​​ເຂົ້າ​ຮ່ວມ ອາ​ຊຽນ PARA Games 12 - ảnh 1ພິທີສົ່ງຄະນະນັກກິລາຄົນພິການ ຫວຽດນາມ (ພາບ: TTXVN)

ຕອນເຊົ້າວັນທີ 31 ພຶດສະພາ, ຢູ່ສະໜາມບິນສາກົນ ໂນ້ຍບາຍ (ຮ່າໂນ້ຍ), ທ່ານນາງ ເລທິຮວ່າງອຽນ, ຮອງຫົວໜ້າກົມໃຫຍ່ກິລາກາຍຍະກຳ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ໄດ້ມອບດອກໄມ້ ແລະ ນຳສົ່ງຄະນະນັກກິລາຄົນພິການ ຫວຽດນາມ ເດີນທາງໄປຍັງປະເທດ ກຳປູເຈຍ ເພື່ອເຂົ້າຮ່ວມງານມະຫາກຳກິລາ ອາຊຽນ PARA Games 12 .

        ອາຊຽນ PARA Games 12 ປີນີ້ ຖືກຈັດຂຶ້ນຢູ່ນະຄອນຫຼວງ ພະນົມເປັນ, ປະເທກຳປູເຈຍ ແຕ່ວັນທີ 3 – 9 ມິຖຸນາ ດ້ວຍນັກກິລາຫຼາຍກວ່າ 2.600 ຄົນ ທີ່ມາຈາກ 11 ປະເທດສະມາຊິກ ອາຊຽນ ເຂົ້າຮ່ວມ. ຄະນະນັກກິລາຄົນພິການ ຫວຽດນາມ ມີສະມາຊິກ 164 ຄົນ ໃນນັ້ນ, ມີນັກກິລາ 122 ຄົນ ເຂົ້າຮ່ວມ. ຄາດໝາຍຂອງ ຫວຽດນາມ ແມ່ນຄວ້າໄດ້ຫຼຽນຄຳ ແຕ່ 50 – 55 ຫຼຽນ; ແລະ ເປັນ 1 ໃນ 4 ປະເທດນຳໜ້າໃນຕາຕະລາງຈັດອັນດັບຫຼຽນທົ່ວຄະນະນັກກິລາ, ເທົ່າກັບຜົນງານທີ່ຄະນະບັນລຸໄດ້ໃນ ອາຊຽນ PARA Games 11.

ຕອບກັບ

ຂ່າວ/ບົດ​ອື່ນ