ຄະນະນັກກິລາຫວຽດນາມ 856 ຄົນເຂົ້າຮ່ວມ SEA Games 30 ຢູ່ ຟີລິບປິນ

(VOVWORLD) -ຄະນະນັກກິລາຫວຽດນາມ 856 ຄົນເຂົ້າຮ່ວມ SEA Games 30  ຢູ່ ຟີລິບປິນ.

       


ຄະນະນັກກິລາຫວຽດນາມ 856 ຄົນເຂົ້າຮ່ວມ SEA Games 30  ຢູ່ ຟີລິບປິນ  - ảnh 1(ພາບປະກອບ) 

ກົມໃຫຍ່ກິລາກາຍຍະກໍາ ຫວຽດນາມ ຫາກໍປະກາດຂໍ້ຕົກລົງວ່່າດ້ວຍການສ້າງຕັ້ງຄະນະນັກກິລາຫວຽດນາມ ເຂົ້າຮ່ວມ SEA Games 30  ນັບແຕ່ວັນທີ 20 ພະຈິກ ຫາວັນທີ 12 ທັນວາ ຢູ່ ຟີລິບປິນ ເຊິ່ງມີນັກກິລາ 856 ຄົນ ໂດຍທ່ານ ເຈິ່ນດຶກເຟີ໊ນ - ຮອງຫົວໜ້າກົມໃຫຍ່ກິລາກາຍຍະກໍາ ເປັນຫົວໜ້າຄະນະ. ໃນນັ້ນ ຈະເຂົ້າຮ່ວມການແຂ່ງຂັນກິລາປະເພດຕ່າງໆຄື esports, ບານບ້ວງ, sambo, bowlong, ກອັບ, kickboxing, dance sports, kurash, arnis, ມວຍ, ... ບັນດານັກກິລາທີ່ເຂົ້າຮ່ວມ SEA Games 30  ໄດ້ຮັບການຕີລາຄາວ່າ ມີຄວາມສາມາດບົ່ມຊ້ອນ ພິເສດແມ່ນ ກິລາປະເພດ esports, kurash, arnis ອາດຈະຊ່ວຍໃຫ້ຄະນະນັກກິລາຫວຽດນາມ ຄວ້າໄດ້ຫຼຽນຄໍາ.


ຕອບກັບ

ຂ່າວ/ບົດ​ອື່ນ