ຄະນະນັກກິລາຫວຽດນາມ ອອກເດີນທາງເຂົ້າຮ່ວມ Olympic Tokyo 2020

(VOVWORLD) -ຄະນະກຳມະການ Olympic ຫວຽດນາມ ໄດ້ຈັດພິທີອອກເດີນທາງຂອງຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມງານມະຫາກຳກິລາ Olympic ຄັ້ງທີ 32
ຄະນະນັກກິລາຫວຽດນາມ ອອກເດີນທາງເຂົ້າຮ່ວມ Olympic Tokyo 2020 - ảnh 1ພິທີອອກເດີນທາງເຂົ້າຮ່ວມ Olympic Tokyo 2020
(ພາບ: hanoimoi.com.vn)

ຕອນຄ່ຳວັນທີ 13 ກໍລະກົດ, ຢູ່ເຮືອນຮັບແຂກລັດຖະບານ (ຮ່າໂນ້ຍ), ຄະນະກຳມະການ Olympic ຫວຽດນາມ ໄດ້ຈັດພິທີອອກເດີນທາງຂອງຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມງານມະຫາກຳກິລາ Olympic ຄັ້ງທີ 32 ເຊິ່ງດຳເນີນຢູ່ນະຄອນຫຼວງ ໂຕກຽວ, ປະເທດ ຍີ່ປຸ່ນ ໃນລະຫວ່າງວັນທີ 23 ກໍລະກົດ - 08 ສິງຫາ 2021.

        ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິງ ເຊື່ອໝັ້ນວ່າ, ດ້ວຍການກະກຽມຢ່າງລອບຂອບທີ່ຖ້ວນ ແລະ ດ້ວຍຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມຂອງບັນດາສະມາຊິກ, ຄະນະນັກກິລາຫວຽດນາມ ຈະຍາດໄດ້ຜົນງານດີທີ່ສຸດທີ່ Olympic Tokyo 2020.

        “Olympic ແມ່ນວທີແຂ່ງຂັນກິລາຢ່າງດຸເດືອດ, ບ່ອນເຕົ້າໂຮມຫຼາຍປະເທດມະຫາອຳນາດກິລາ, ມີນັກກິລາແຖວໜ້າໂລກ. ຍ້ອນເຫດນັ້ນ, ຂ້າພະເຈົ້າປາດຖະໜາວ່າ ພະນັກງານ, ຄູ່ຝຶກ, ນັກກິລາຂອງຄະນະນັກກິລາຫວຽດນາມ ທຸກຄົນ ມີສະຕິກ່ຽວກັບໜ້າທີ່ຄວາມຮັບຜິດຊອບຢ່າງຄົບຖ້ວນ, ກໍຄືຄວາມເປັນກຽດເຊິ່ງປະເທດມອບໝາຍໃຫ້ ເພື່ອມານະພະຍາຍາມແຂ່ງຂັນດ້ວຍຄວາມຕັດສິນໃຈສູງສຸດ, ເພື່ອກຽດສັກສີຂອງປະເທດຊາດ, ເສີມຂະຫຍາຍກຳລັງແຮງຂອງຊາວຫວຽດນາມ ຢ່າງສຸດຂີດ”.

ຕອບກັບ

ຂ່າວ/ບົດ​ອື່ນ