ຄະນະນັກກິລາຫວຽດນາມກັບເມືອປະເທດພາຍຫຼັງງານມະຫາກຳOlympicRio 2016 ປະສົບຜົນສຳເລັດ

ຄະນະນັກກິລາຫວຽດນາມກັບເມືອປະເທດພາຍຫຼັງງານມະຫາກຳOlympicRio 2016 ປະສົບຜົນສຳເລັດ - ảnh 1
ນັກກິລາ ຮ່ວາງ​ຊວນ​ວີ​ງ (ຜູ້ຍື່ນຢູ່ກາງ)
(ພາບ: AFP/ສຳນັກຂ່າວສານ ຫວຽດນາມ)

(vovworld) –  ວັນ​ທີ 22/8, ຄະນະ​ນັກ​ກິລາ ຫວຽດນາມ ​ໄດ້​ກັບ​ເມືອ​ຮອດ ຮ່​າ​ໂນ້ຍ, ສິ້ນ​ສຸດ​ການ​ແຂ່ງຂັນສຳ​ເລັດ​ຜົນ​ຢູ່ງານ​ມະຫາ​ກຳ Olympic Rio 2016, ດ້ວຍຫຼຽນ​ຄຳ​ໜຶ່ງ​ຫຼຽນ ​ແລະ ຫຼຽນ​ເງິນ​ໜ່ຶງ​ຫຼຽນ. ດ້ວຍ​ຜົນງານ​​ດັ່ງກ່າວ, ຄະນະ​ນັກ​ກິລາ ຫວຽດນາມ ​ໄດ້​ຍື່ນອັນ​ດັບ​ທີ​ 48/206 ປະ​ເທດ​ ​ແລະ ​ເຂດ​ແຄ້ວ​ນ​ເຂົ້າ​ຮ່ວມ​ງານ​ມະຫາ​ກຳ​ຄັ້ງ​ນີ້. ທ່ານ ​ເຈີ່ນ​ດຶກ​ເຟີ໋ນ, ຫົວໜ້າ​ຄະນະ​ນັກ​ກິລາ ຫວຽດນາມ ​ເຂົ້າ​ຮ່ວມ Olympic Rio 2016 ຢັ້ງຢືນ​ວ່າ: ຄະນະ​ນັກ​ກິລາ ຫວຽດນາມ ​ໄດ້​​ປະສົບ​ຜົນສຳ​ເລັດ​ໃນ​ງານ​ມະຫາ​ກຳ​ກິລາ, ພິ​ເສດ​ແມ່ນ​ສຳລັບ​ນັກ​ຍິງ​ປືນ ຮ່ວາງ​ຊວນ​ວີ​ງ, ຜູ້​ສ້າງ​ຜົນງານ​ດີ​ເດັ່ນ​ໃຫ້​ແກ່​ຂະ​ແໜງ​ກິລາ ຫວຽດນາມ, ນຳ​ກິລາ ຫວຽດນາມ​ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ແຜນ​ທີ່​ກິລາ​ໂລກ. ສຳລັບ​ບັນດາ​ປະ​ເພດ​ກິລາ​ອື່ນ, ບັນດາ​ນັກ​ກິລາ ຫວຽດນາມ ​ໄດ້​ມານະ​ພະຍາຍາມ​ແຂ່ງຂັນ, ອຸ​ທິດ​ສ່ວນ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ໃຫ້​ແກ່​ປະ​ເທດ​ຊາດ.


ຂ່າວ/ບົດ​ອື່ນ