ຄະ​ນະ​ນັກ​ຂ່າວ​ສາ​ກົນ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ການ​ສຳ​ຫຼວດ​ດ້ານ​​ທ່ອງ​ທ່ຽວ ຢູ່ ເງະ​ອານ

(VOVWORLD) - ໃນລະຫວ່າງວັນທີ 7 – 8 ກັນຍາ, ຄະນະນັກຂ່າວສາກົນລົງເລິກດ້ານທ່ອງທ່ຽວທີ່ມາຈາກ 8 ປະເທດ (ຕວັກກີ, ເຢຍລະມັນ, ຟິລິບປິນ, ລັດເຊຍ, ອິນເດຍ, ສ.ເກົາຫຼີ, ຍີ່ປຸ່ນ ແລະ ອົດສະຕາລີ) ໄດ້ມີການເຂົ້າຮ່ວມພຶດຕິກຳຕົວຈິງທີ່ເປັນໜ້າຈັບໃຈເມື່ອໄດ້ມາສຳຫຼວດບັນດາສະຖານທີ່ທ່ອງທ່ຽວຢູ່ແຂວງເງະອານ
ຄະ​ນະ​ນັກ​ຂ່າວ​ສາ​ກົນ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ການ​ສຳ​ຫຼວດ​ດ້ານ​​ທ່ອງ​ທ່ຽວ ຢູ່ ເງະ​ອານ - ảnh 1 ຄະນະຜູ້ແທນຖ່າຍຮູບຢູ່ນ້ຳຕົກຕາດແຄແກ່ມ, ເມືອງ ກອນກວງ (ພາບ: baonghean.vn)

ໃນການສຳຫຼວດ, ຄະນະໄດ້ໄປແວ່ຢາມບັນດາສະຖານທີ່ທີ່ມີຊື່ສຽງຄື: ເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດ ພິເສດ ກິມລຽນ (ເມືອງນາມດານ), ປ່າສະຫງວນແຫ່ງຊາດ ປູມາດ, ນ້ຳຕົກຕາດ ແຄແກ່ມ ແລະ ຊອກຮູ້ວັດທະນະທຳອາຫານການກິນ, ພົບປະແລກປ່ຽນວັດທະນະທຳ - ສິລະປະກັບປະຊາຊົນເຜົ່າຜູ້ໄທຢູ່ທີ່ນີ້. ລາຍການໂດຍພະແນກທ່ອງທ່ຽວແຂວງເງະອານ ຈັດຕັ້ງດ້ວຍຄວາມປາດຖະໜາຢາກໃຫ້ບັນດານັກຂ່າວຂອງບັນດາສຳນັກຂ່າວສານ, ສຳນັກໜັງສືພິມໃຫຍ່ໃນໂລກມີບັນດາບົດຂຽນທີ່ມີຄຸນນະພາບ, ໂຄສະນາບັນດາຜະລິດຕະພັນການທ່ອງທ່ຽວຂອງທ້ອງຖິ່ນໄປຍັງເພື່ອນມິດສາກົນ, ປະກອບສ່ວນເພື່ອໃຫ້ການທ່ອງທ່ຽວເງະອານເປີດກ້ວາງຕະຫຼາດແຂກທ່ອງທ່ຽວສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ