ຄະນະນັກຂ່າວສາກົນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ12ຂອງພັກຢ້ຽມຢາມVOV

ຄະນະນັກຂ່າວສາກົນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ12ຂອງພັກຢ້ຽມຢາມVOV - ảnh 1
(ຄະນະ​ນັກ​ຂ່າວ​ສາກົນ​ທີ່​ມາ​ຢ້ຽມຢາມ
ວິທະຍຸ​ກະ​ຈາຍ​ສຽງ ຫວຽດນາມ)

(vovworld) - ວັນ​ທີ 25/01, ຄະນະ​ນັກ​ຂ່າວ​ສາກົນ​ທີ່​ມາ​ຈາກ​ໜັງສືພິມ​ປະຊາຊົນ​ຂອງ ລາວ, ໜັງສືພິມ Brochichuon ​ຂອງ​ພັກ​ປະຊາຊົນ ກຳປູ​ເຈຍ, ໜັງສືພິມ L Humanite​ຂອງ​ພັກ​ກອມ​ມູນິດ ຝະລັ່ງ ​ໄດ້​ມາ​ຢ້ຽມຢາມ ວິທະຍຸ​ກະ​ຈາຍ​ສຽງ ຫວຽດນາມ (VOV). ທີ່​ການ​ຕ້ອນຮັບທ່ານ ຫວູຫາຍ ຮອງ​ຜູ້ອຳນວຍການ​ໃຫຍ່ VOV   ​ເນັ້ນ​ໜັກ​ວ່າ:

        “VOV ​ໄດ້​ມີ​ການ​ພົວພັນ​ຮ່ວມ​ມື​ກັບ​ກ່ວາ 50 ອົງການ​ກະຈາຍສຽງ, ​ໂທລະພາບ​ໃນ​ໂລກ ​ແລະ ພາກ​ພື້ນ. VOV ກໍ່​ແມ່ນ​ສະມາຊິກ​ທີ່​ຕັ້ງໜ້າ​ຂອງ ABU, AIBD, CIRTEF ກໍ່​ໄດ້​ຮັບ​ຫລາຍ​ລາງວັນ​ກ່ຽວ​ກັບ​ການ​ກະຈາຍ​ສຽງ​ຂອງ​ອົງການ​ເຫຼົ່າ​ນີ້. ພວກຂ້າພະ​ເຈົ້າ ກໍ່​ໄດ້​ແລກປ່ຽນ​ຫລາຍ​ລາຍການ​ກະຈາຍສຽງ ​ໂທລະພາບ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ”.

        ສ່ວນ​ບັນດາ​ນັກ​ຂ່າວ​ຕ່າງປະ​ເທດ​ໃຫ້​ຮູ້​ວ່າ: ມີ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​​ໂສມ​ໜ້າ​ໃໝ່​ຂອງ ຫວຽດນາມ ພາຍຫລັງ​ການ​ປະຕິ​ຮູບ​ເປີດ​ປະຕູ​ເປັນ​ເວລາ​ຫລາຍ​ປີ. ບັນດາ​ນັກ​ຂ່າວ​ມີ​ຄວາມ​ສົນ​ໃຈ​ເຖິງ​ຮູບ​ແບບ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ VOV ພ້ອມ​ທັງ​ຕີ​ລາຄາ​ສູງ​ການ​ພັດທະນາ​ຂອງ VOV ​ໃນ​ໄລຍະ​ຜ່ານ​ມາ.​

ຂ່າວ/ບົດ​ອື່ນ