ຄະນະນັກສັງເກດການ ສະຫະປະຊາຊາດ ຜັນຂະ ຫຍາຍການເຄື່ອນໄຫວຢູ່ ຊີຣີ

ຄະນະນັກສັງເກດການ ສະຫະປະຊາຊາດ ຜັນຂະ ຫຍາຍການເຄື່ອນໄຫວຢູ່ ຊີຣີ - ảnh 1
ສະຫະປະຊາຊາດຈະຜັນຂະຫຍາຍນັກສັງເກດການ 300 ຄົນຢູ່ ຊີຣີ
(ພາບ: Reuters)

(vovworld) – ​​ວັນ​ທີ 22/4, ໂຄສົກ​ຂອງ​ຄະນະ​ນັກ​ສັງ​ເກດ​ການ​ທຳ​ອິດ​ຂອງ​ສະຫະ​ປະຊາ​ຊາດ, ທ່ານ Neeraj Singh ​ໄດ້​ຮັບ​ຮູ້ວ່າ: ບັນດາ​ນັກສັງ​ເກດ​ການ ​ໄດ້​​ໄປ​ກວດກາ​ສະຖານ​ທີ່​ເຄັ່ງຮ້ອນ​ຫຼາຍ​ແຫ່ງ​ຢູ່ ຊີຣີ ​ແລະ ​ໄດ້​ພົບ​ປະ​ກັບ​​ພັກຝ່າຍ​ການ​ເມືອງຕ່າງໆຢູ່​ບໍລິ​ເວນ​ນີ້. ທ່ານ Neeraj Singh  ​ໃຫ້​ຮູ້​ວ່າ: ບັນດາ​ນັກ​ສັງ​ເກດ​ການ​ໄດ້​ໄປ​ຍັງ​ແຂ​ວງ Hama, ພົບ​ປະ​ກັບ​ເຈົ້າ​ແຂວງ ​ແລະ ​ໄປ​ຍັງ​ເທດສະບານ​ເມືອງ Rastan ຢູ່​ພາກ​ກາງ ຊີຣີ. ຢູ່ Homs, ບັນດາ​ນັກ​ສັງ​ເກດ​ການ​ກໍໄດ້​​ໄປ​ຍັງ​ສະຖານ​ທີ່​ຫຼາຍ​​ແຫ່ງ, ​ໃນ​ນັ້ນ​ມີ Baba Amr, ຖານ​ທີ່​ໝັ້ນ​ແຫ່ງ​ໜຶ່ງ​ຂອງ​ພວກລຸກ​ຮື້​ຂຶ້ນ​ຢູ່ Homs, ພົບ​ປະ​ກັບ​ປະຊາຊົນ​ທ້ອງ​ຖີ່​ນ. ກ່ອນ​ໜ້າ​ນັ້ນ, ​ໃນ​ຖະ​ແຫຼ​ງຂ່າວ​ຂອງ​ຕົນ, ທູດ​ພິ​ເສດ​ຮ່ວມ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ​ອາຣັບ Kofi Annan ​ໄດ້​ຮຽກຮ້ອງ​ທຸກໆ​ຝ່າຍ​ຢູ່ ຊີຣີ ປ່ອຍ​ອາວຸດ, ຮ່ວມ​ມື​ກັບ​ບັນດາ​ນັກ​ສັງ​ເກດ​ການ​ຂອງ​ສະຫະປະຊາ​ຊາດ ​ເພື່ອ​ຮັກສາ​ຂໍ​້ຕົກລົງ​ຢຸດ​ຍິງ.

ຂ່າວ/ບົດ​ອື່ນ