ຄະນະນັກຮົບເກົ່າ ເຈື່ອງເຊີນພົບປະແລກປ່ຽນ ກັບຊາວຫວຽດນາມ ອາໄສຢູ່ລາວ

ຄະນະນັກຮົບເກົ່າ ເຈື່ອງເຊີນພົບປະແລກປ່ຽນ ກັບຊາວຫວຽດນາມ ອາໄສຢູ່ລາວ - ảnh 1
(​ນັກຮົບ​ເກົ່າ ​ເຈື່ອງ​ເຊີນ
​ກັບຄືນ​ເມືອ​ສະໜາມຮົບ​ເກົ່າ​ຢູ່​ລາວ)


(vovworld) – ຕອນ​ຄໍ່າ​ວັນ​ທີ 07/09, ຢູ່​ນະຄອນຫຼວງ​ວຽງ​ຈັນ, ປະ​ເທດລາວ, ຄະນະ​​ນັກຮົບ​ເກົ່າ ​ເຈື່ອງ​ເຊີນ ​(ໝາຍ​ເຖິງ​ສາຍພູ​ຫຼວງ) ໂດຍພົນ​ຈັດຕະວາ ຮ່ວາງ​ກ່ຽນ, ອະດີດ​ຜູ້​ບັນຊາ​ເຫຼົ່າ​ທັບ​ຊ່າງ​ແສງ ​ແລະ ພັນ​ເອກ ດັ້ງ​ກົງ​ຮີນ, ອະດີດ​ຮອງ​ຜູ້​ບັນຊາການ​ພົນ​ລະ​ພາກ​ຫຼວງ 12 ທະຫານ ​ເຈື່ອງ​​ເຊີນ ນຳ​ໜ້າ ​ກັບຄືນ​ເມືອ​ສະໜາມຮົບ​ເກົ່າ​ຢູ່​ລາວ ​ໄດ້​ມີ​ການ​ພົບ​ປະ​ແລກປ່ຽນ​ກັບ​ພໍ່​ແມ່​ປະຊາຊົນ​ຊາວ​ຫວຽດນາມ ສັງກັດ ສະ​ໂມ​ສອນຮ່ວມ​ບ້ານ​​ ທີ່ຊຽງ​ຂວາງ. ພັນ​ເອກ ດັ້ງ​ກົງ​ຮີນ ​ໄດ້​ຫວນ​ຄືນ​ບັນດາ​ຊຸມ​​ເດືອນ​ປີ “​ເປີດ​ເສັ້ນທາງ ​ເຈື່ອງ​ເຊີນ ​ເພື່ອ​ກູ້​ຊາດ” ​ເມື່ອ​​ທ່ານ ພ້ອມ​ກັບ ​ເພື່ອນ​ຮ່ວມກົມ​ກອງ ຍາມ​ໃດ​ກໍ່​​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ພັກ, ລັດ, ກອງ​ທັບ ​ແລະ ປະຊາຊົນ​ລາວ, ພິ​ເສດ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ ​ແລະ ​ບັນດາ​ອາລົມ​ຈິດ​ຄວາມ​ຮັກ​ແພງອັນ​ລ້ຳ​ຄ່າຈາກ​​ພໍ່​ແມ່​ປະຊາຊົນຫວຽດນາມ ອາ​ໄສ​ຢູ່​ລາວ. ງານ​ພົບ​ປະ​ແລກ​ປ່ຽນ​ຖືກ​ດຳ​ເນີນ​ໄປ​ຢ່າງ​ຕື້ນ​ຕັນ​ໃຈ, ​ເຕັມ​ໄປ​ດ້ວຍນ້ຳ​ໃຈ​ມິດຕະພາບ​ຫວຽດນາມ - ລາວ, ພ້ອບກັນ​ບັນດາ​ບົດ​ເພງ​ຍ້ອ​ງຍໍ​ບ້ານ​ເກີດ​ເມືອງ​ນອນ, ຍ້ອງຍໍ​ພັກ, ປະທານ​ໂຮ່ຈິ​ມິນ ​ແລະ ສາຍ​ພົວພັນ​ລະຫວ່າງຫວຽດນາມ - ລາວ ທີ່​ສັດ​ຊື່​ບໍລິ​ສຸດ​ຜຸດ​ຜ່ອງ.

ຂ່າວ/ບົດ​ອື່ນ