ຄະນະນັກຮຽນ ຫວຽດນາມ ໄດ້ຮັບຫຼຽນຄໍາໃນການແຂ່ງຂັນ Olympic ປະດິດສ້າງສາກົນ

(VOVWORLD) -  ນັກຮຽນຫວຽດນາມ 8 ທິມທີ່ເຂົ້າຮ່ວມງານແຂ່ງຂັນ Olympic ປະດິດສ້າງສາກົນປີ 2019 (WICO) ທີ່ດໍາເນີນຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 25 – 27 ກໍລະກົດ ລ້ວນແຕ່ໄດ້ຮັບຫຼຽນຄໍາ. ຄະນະຈັດຕັ້ງໄດ້ມອບລາງວັນ ໝູ່ຄະນະບັນລຸຜົນງານດີເລີດ ພ້ອມດ້ວຍ ຂັນດີເລີດໃຫ້ແກ່ຄະນະ.
ຄະນະນັກຮຽນ ຫວຽດນາມ ໄດ້ຮັບຫຼຽນຄໍາໃນການແຂ່ງຂັນ Olympic ປະດິດສ້າງສາກົນ - ảnh 1ຄະນະນັກສຶກສາຫວຽດນາມ ທີ່ງານແຂ່ງຂັນ (ພາບ: nhandan.com.vn) 

ພ້ອມກັນນັ້ນ, ສະຫະສະມາຄົມປະດິດສ້າງ ອິນໂດເນເຊຍ ໄດ້ມອບລາງວັນ Special Prize ໃຫ້ແກ່ຜົນງານການປະດິດສ້າງ “ຜະລິດຕະພັນກໍາຈັດມົນລະພິດນໍ້າມັນ ດ້ວຍເຊື້ອ biofilm ຢູ່ຖ່ານຊີວະຈາກຂີ້ເກັບ” ແລະ ຜົນງານການປະດິດສ້າງ “ການໝູນໃຊ້ nano ເງິນ ເພື່ອຍົກສູງສະມັດຕະພາບຂອງອຸປະກອນກັນຕ່ອງນໍ້າຈືດທີ່ນໍາໃຊ້ພະລັງງານແສງຕາເວັນ” ຂອງຄະນະຫວຽດນາມ.

       ງານແຂ່ງຂັນ WICO ໂດຍສະຫະສະມາຄົມ ປະດິດສ້າງຂອງບັນດາມະຫາວິທະຍາໄລ ສ.ເກົາຫຼີ ຈັດຕັ້ງປະຈໍາປີ ແລະ ໄດ້ຮັບການອຸປະຖໍາໂດຍ ສະພາແຫ່ງຊາດ ສ.ເກົາຫຼີ. ການແຂ່ງຂັນດັ່ງກ່າວ ສະຫງວນໃຫ້ແກ່ນັກຮຽນ ມ2 - ມ7 ໃນທົ່ວໂລກ. ທີ່ການແຂ່ງຂັນ, ບັນດານັກຮຽນຈະຕ້ອງສະໜີຜົນງານການຄົ້ນຄວ້າ ແລະ ຕອບບັນດາຄໍາຖາມຂອງຄະນະກໍາມະການທີ່ໄດ້ຍົກອອກມາ. ບັນດາຫົວຂໍ້ຄົ້ນຄວ້າຕ້ອງມີລັກສະນະໃໝ່ອ່ຽມ, ມີຫົວຄິດປະດິດສ້າງ ແລະ ແທດເໝາະກັບຕົວຈິງ. 

ຕອບກັບ

ຂ່າວ/ບົດ​ອື່ນ