ຄະນະບໍລິຫານງານສູນກາງພັກລາວ ແລະ ກຳປູເຈຍສົ່ງໂທລະເລກອວຍພອນພັກກອມມູນິດຫວຽດນາມ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 88 ປີ ແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (2/2/1930-3/2/2018), ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະບໍລິຫານງານສູນກາງພັກປະຊາຊົນ ກຳປູເຈຍ ສົ່ງໂທລະເລກອວຍພອນເຖິງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.

ເນື້ອໃນໂທລະເລກຂອງ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວມີຕອນຂຽນວ່າ:

        ພັກປະຊາຊົນ ປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າຊົມເຊີຍບັນດາຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງເຊິ່ງພັກກອມມູນິດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງຍາດມາໄດ້ໃນຕະຫຼອດ 88 ປີຜ່ານມາ ແລະ ຖືບັນດາຜົນງານ, ໄຊຊະນະຂອງ ຫວຽດນາມ ຄືດັ່ງຂອງຕົນເອງ, ທັງແມ່ນແຫຼ່ງປຸກລະດົມກຳລັງໃຈຢ່າງໃຫຍ່ຫຼວງ, ເຂັ້ມແຂງສຳລັບລາວໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.

        ພັກ ປະຊາຊົນ ປະຕິວັດລາວ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າໃນຕະຫຼອດໄລຍະຜ່ານມາ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ນຳ້ໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ ນັບມື້ນັບໄດ້ຮັບການປັບປຸງ ແລະ ເພີ່ມທະວີທັງລວງກວ້າງ ແລະ ລວງເລິກໃນທຸກຂົງເຂດ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ປະຊາຊົນສອງປະເທດ ແລະ ພິເສດແມ່ນໃນປີ 2017ຜ່ານມາ, ສອງປະເທດໄດ້ຈັດຕັ້ງປີສາມັກຄີມິດຕະພາບສຳເລັດຜົນ.

        ພັກ, ລັດ ແລະ ປະຊາຊົນລາວຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບ ຫວຽດນາມຮັກສາ ແລະ ເສີມຂະຫຍາຍສາຍພົວພັນສາມັກຄີແບບພິເສດ ລາວ - ຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ ເພື່ອໃຫ້ຮຸ່ນລູກຮຸ່ນຫຼານໃນພາຍພາກໜ້າ, ເພື່ອຜົນປະໂຫຍດຂອງສອງຊາດ, ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຢູ່ພາກພື້ນ ແລະ ຢູ່ໂລກ.

ເນື້ອໃນໂທລະເລກອວຍພອນຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ກຳປູເຈຍ ມີຕອນທີ່ຂຽນວ່າ:

ພັກປະຊາຊົນ ກຳປູເຈຍ ຊົມເຊີຍອວຍພອນ ແລະ ຕີລາຄາສູງບັນດາຜົນງານຊຶ່ງ ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ບັນລຸໄດ້ ໃນການປະຕິບັດແນວທາງປ່ຽນແປງໃໝ່ ເຮັດໃຫ້ປະເທດ ຫວຽດນາມ ພັດທະນາຮອບດ້ານ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ແລະ ຖານະບົດບາດຂອງ ຫວຽດນາມ ບົນເວທີສາກົນໄດ້ຮັບການຍົກສຸງຂຶ້ນຢ່າງບໍ່ຢຸດຢັ້ງ.

ພັກປະຊາຊົນ ກຳປູເຈຍ ຕີລາຄາສູງການພັດທະນານັບມື້ນັບດີງາມກ່ວາຂອງສາຍພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດຖະບານ ແລະ ປະຊາຊົນ 2 ປະເທດ ແລະ ຄວາມຕັດສິນໃຈມານະພະຍາຍາມສືບຕໍ່ປັບປຸງ, ພັດທະນາການພົວພັນນີ້ ໃຫ້ນັບມື້ນັບໝັ້ນຄົງຕາມທິດນຳ “ບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ”.

ພວກຂ້າພະເຈົ້າເຊື່ອໝັ້ນຢ່າງແນວແນ່ວ່າ ພາຍໃຕ້ການຊີ້ນຳນຳພາ ແລະ ສະຫລາດສ່ອງໃສຂອງພັກກອມມູນິດ ຫວຽດນາມ ໂດຍທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ນຳໜ້າ, ປະຊາຊົນ ຫວຽດນາມ ສືບຕໍ່ຍາດໄດ້ຜົນງານໃໝ່ຫລາຍຢ່າງທີ່ຍິ່ງໃຫຍ່ກ່ວາອີກ ແລະ ປະຕິບັດບັນດາເປົ້າໝາຍຂອງມະຕິກອງປະຊຸມໃຫຍ່ຄັ້ງທີ່ 12 ຂອງພັກກອມມູນິດ ຫວຽດນາມ ວາງອອກຢ່າງມີໄຊ.

ແລະກໍ່ໃນໂອກາດນີ້, ທ່ານນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານ ຮ່ວາງບີງກວນ ກຳມະການສູນກາງພັກ, ຫົວໜ້າຄະນະຫົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ