ຄະນະບໍລິຫານງານສະຫະພັນແຮງງານເມືອງເຈື່ອງຊາສະເໜີຕົວ

ຄະນະບໍລິຫານງານສະຫະພັນແຮງງານເມືອງເຈື່ອງຊາສະເໜີຕົວ - ảnh 1
ພາບປະກອບ

(vovworld) – ທີ່​ພິທີ​ສະ​ເໜີ​ຕົວ​ຄະນະ​ບໍລິຫານ​ງານ​ສະຫະພັນ​ແຮງ​ງານ​ເມືອງ ​ເຈື່ອງ​ຊາ ຖືກ​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 16/7, ຢູ່​ກອງທັບ​ເຮືອ​ເຂດ 4, ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ​ເຈື່ອງ​ຊາ ສົມທົບ​ກັບ​ສະຫະພັນ​ແຮງ​ງານ​ແຂວງ ​ແຄ໋ງຮ່ວາ ຈັດ​ຕັ້ງຂຶ້ນ. ຕາມ​ນັ້ນ​ແລ້ວ, ຄະນະ​ບໍລິຫານ​ງານ​ສະຫະພັນ​ແຮງ​ງານ​ເມືອງ ​ເຈື່ອງ​ຊາ​ລວມມີ​ສະມາ​ຊິກ 5 ຄົນ. ປະຈຸ​ບັນ, ສະຫະພັນ​ແຮງ​ງານ​​ເມືອງ ​ເຈື່ອງ​ຊາ​ມີ​ກຳມະ​ບານ 4 ຫົວໜ່ວຍ, ​ເຊິ່ງລວມມີ: ​ກຳມະບານ​ຢູ່​​ເຂດ​ດິນ​ຕໍ່​ແຜ່ນໜຶ່ງຫົວໜ່ວຍ ​ແລະ 3 ຫົວໜ່ວຍກຳມະບານ​ຢູ່​​ບັນດາ ​ເກາ​ະ ​ເຈື່ອງ​ຊາ​ເລີ໋ນ, ຊີງ​​ໂຕ່ນ ​ແລະ ຊອງຕື໋​ໄຕ.

    ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ປະທານ​ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ ​ເຈີ່ນ​ວັນ​ຫຼີ໋, ​ເນັ້ນໜັກ​ວ່າ: ສະຫະພັນ​ແຮງ​ງານ​ເມືອງ ​ເຈື່ອງ​ຊາ ຄວນ​ສົບ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ອຳນາດ​ການ​ປົກຄອງ​ປະຕິບັດ​ບັນດາ​ມາດ​ຕະການ​ຊ່ວຍ​ເຫຼືອ​ຄົນ​ງານ, ສ້າງ​ກົນ​ໄກ, ນະ​ໂຍບາຍ​ໜູນ​ຊ່ວຍ​ສູງ​ສຸດ​ໃຫ້​ແກ່​ຊາວ​ປະມົງ​ຈັບຫາ​ສິນ​ທະ​ເລ​ຢູ່​​ເຂດ​ຫາ​ປາຮ່ວາງ​ຊາ ​ແລະ ເຈື່ອງ​ຊາ, ພ້ອມ​ທັງ​ຕັ້ງໜ້າ​ກໍ່ສ້າງ​ເມືອງ ​ເຈື່ອງ​ຊາ ພັດທະນາ​ຮອບດ້ານ​ກ່ຽວ​ກັບ​ດ້ານ​ເສດຖະກິດ - ສັງຄົມ, ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ​ເອົາ​ໃຈ​ໃສ່​ເຕົ້າ​ໂຮມ​ຖັນ​ແຖວ​ພະນັກງານ​ພາລະ​ກອນ, ລັດຖະກອນ, ຄົນ​ງານ​ພວມ​ເຮັດ​ວຽກ​ໃນ​ບໍລິ​ເວນ​ເຂົ້າ​​ເຄື່ອນ​ໄຫວ​​ໃນອົງການ​ກຳມະບານ.


ຂ່າວ/ບົດ​ອື່ນ