ຄະນະ​ປະ​ຈໍາ​ລັດຖະບານ ຈັດ​ກອງ​ປະຊຸມ​ກ່ຽວກັບ ການ​ຕ້ານການຕິດ​ເຊື້ອ​ພະຍາດ Covid – 19

(VOVWORLD) - ຕອນບ່າຍວັນທີ 17 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຂອງຄະນະປະຈໍາການລັດຖະບານ, ຮັບຟັງບົດລາຍງານ ແລະ ຊີ້ນໍາຜັນຂະຫຍາຍມາດຕະການປ້ອງກັນ, ຕ້ານເຊື້ອພະຍາດ Covid – 19.
ຄະນະ​ປະ​ຈໍາ​ລັດຖະບານ ຈັດ​ກອງ​ປະຊຸມ​ກ່ຽວກັບ ການ​ຕ້ານການຕິດ​ເຊື້ອ​ພະຍາດ Covid – 19 - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ (ພາບ: TTXVN)

        ດ້ວຍເນື້ອໃນຈິດໃຈຕ້ານການຕິດເຊື້ອພະຍາດປຽບເໝືອນການຕ້ານສັດຕູ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ໄດ້ຮຽກຮ້ອງໃຫ້ຄະນະຊີ້ນໍາແຫ່ງຊາດກ່ຽວກັບການຕ້ານການຕິດເຊື້ອພະຍາດ Covid – 19 ຈັດກອງປະຊຸມ 2 ຄັ້ງຕໍ່ ອາທິດ. ຢ່າງໜ້ອຍສຸດ ເທື່ອໜຶ່ງຕໍ່ອາທິດ, ຄະນະປະຈໍາລັດຖະບານ ຈະຮັບຟັງບົດລາຍງານຂອງຄະນະຊີ້ນໍາ ແລະ ຍົກອອກບັນດາມາດຕະການຕ້ານການຕິດເຊື້ອພະຍາດໃຫ້ທັນການ. ທ່ານກໍເນັ້ນໜັກວ່າ ສໍາລັບສະພາບການຂອງເຊື້ອພະຍາດ Covid – 19 ໃນປັດຈຸບັນ, ປະຊາຊົນຕ້ອງໝັ້ນໃຈກວ່າຕໍ່ບັນດາອຸປະກອນປ້ອງກັນ, ຕ້ານເຊື້ອພະຍາດທີ່ພວມມີ ແລະ ຄວາມຕັດສິນໃຈຢ່າງສູງຂອງພັກ, ລັດ, ທັງລະບົບການເມືອງ ແລະ ທົ່ວສັງຄົມ. ຄວາມຈິງແລ້ວ, ຫວຽດນາມ ພວມປ້ອງກັນ, ຕ້ານເຊື້ອພະຍາດດັ່ງກ່າວໄດ້ເປັນຢ່າງດີ ຍ້ອນມີການສະໜັບສະໜູນຂອງທົ່ວປວງຊົນ ແລະ ການເຂົ້າຮ່ວມຢ່າງຂ້ຽວຂາດຂອງທັງລະບົບການເມືອງ. 

ຕອບກັບ

ຂ່າວ/ບົດ​ອື່ນ