ຄະນະປະຈໍາລັດຖະບານ ຮັບຟັງບົດລາຍການກ່ຽວກັບເສດຖະກິດສັງຄົມ ປີ 2019, ໜ້າທີ່, ແຜນການປີີ 2020

(VOVWORLD) -ຄະນະປະຈໍາລັດຖະບານ ຮັບຟັງບົດລາຍການກ່ຽວກັບເສດຖະກິດສັງຄົມ ປີ 2019, ໜ້າທີ່, ແຜນການປີີ 2020.

        ຕອນບ່າຍວັນທີ 28 ສິງຫາ, ຢູ່ສໍານັກງານລັດຖະບານ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ຄະນະປະຈໍາການລັດຖະບານຫວຽດນາມ ໄດ້ຮັບຟັງບົດລາຍງານກ່ຽວກັບສະພາບການເສດຖະກິດສັງຄົມປີ 2019 ແລະ ໜ້າທີ່, ແຜນການປີ 2020; ສະພາບການປະຕິບັດໜ້າທີ່ດ້ານງົບປະມານແຫ່ງລັດ ປີ 2019 ແລະ ແຜນງົບປະມານປີ 2020; ແຜນດ້ານການເງິນ-ງົບປະມານ ໄລຍະ 3 ປີ ແຕ່ປີ 2020 – 2022; ຄວາມອາດສາມາດປະຕິບັດສໍາເລັດ 12/12 ຄາດໝາຍປີ 2019 ແລະ ລື່ນກາຍຄາດໝາຍ. ພາຍຫຼັງຮັບຟັງບັນດາຄໍາເຫັນປະກອບແລ້ວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຈະຊີ້ນໍາໃຫ້ປະຕິບັດສໍາເລັດບົດລາຍງານຂອງລັດຖະບານ ທີ່ກອງປະຊຸມສະໄໝສາມັນປະຈໍາເດືອນ  ສິງຫາ 2019 ກ່ອນທີ່ລາຍງານຕໍ່ບັນດາອົງການມີສິດອໍານາດ ຕາມກໍານົດ./.


ຕອບກັບ

ຂ່າວ/ບົດ​ອື່ນ