ຄະນະປະຈໍາລັດຖະບານໂຮມປະຊຸມກ່ຽວກັບກົນໄກບັນດາໂຄງການໄຟຟ້າອາຍແກັດ

(VOVWORLD) - ຕອນບ່າຍວັນທີ 22 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຂອງຄະນະປະຈໍາລັດຖະບານກ່ຽວກັບການພັດທະນາບັນດາໂຄງການໄຟຟ້າ, ໃນນັ້ນ ມີບັນດາໂຄງການໄຟຟ້າອາຍແກັດ, ເພື່ອຮັບປະກັນຄວາມໝັ້ນຄົງດ້ານພະລັງງານໄຟຟ້າແຫ່ງຊາດ.
ຄະນະປະຈໍາລັດຖະບານໂຮມປະຊຸມກ່ຽວກັບກົນໄກບັນດາໂຄງການໄຟຟ້າອາຍແກັດ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ (ພາບ: VGP)

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອງມີຄວາມຮັບຜິດຊອບຮັບປະກັນການພັດທະນາແຫຼ່ງ ແລະ ຕາໜ່າງໄຟຟ້າດັ່ງກ່າວ. ທ່ານນາຍົກລັດຖະມົນຕີກໍຮຽກຮ້ອງໃຫ້ປະຕິບັດມະຕິຂອງກົມການເມືອງ ກ່ຽວກັບການກໍານົດທິດຍຸດທະສາດພັດທະນາພະລັງງານແຫ່ງຊາດຂອງຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045. ໃນນັ້ນ, ທຸກພາກສ່ວນເສດຖະກິດ ລ້ວນແຕ່ສາມາດເຂົ້າຮ່ວມພັດທະນາບັນດາໂຄງການສະຫຼອງແຫຼ່ງໄຟຟ້າ ແລະ ລະບົບສາຍສົ່ງໄຟຟ້າ, ພັດທະນາພະລັງງານໄຟຟ້າ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ໃຫ້ບຸລິມະສິດການພັດທະນາພະລັງງານໄຟຟ້າຜະລິດຄືນໃໝ່.

 

ຕອບກັບ

ຂ່າວ/ບົດ​ອື່ນ