ຄະນະປະຈໍາສະພາແຫ່ງຊາດ ຮັບຮອງເອົາລັດຖະບັນຍັດສະບັບປັບປຸງ, ເພີ່ມເຕີມ ບາງມາດຕາຂອງ ລັດຖະບັນຍັດ 04 ສະບັບ ທີີ່ກ່ຽວຂ້ອງເຖິງການວາງແຜນຜັງ

(VOVWORLD) -ຄໍາເຫັນຂອງກໍາມາທິການເສດຖະກິດສ່ວນຫຼາຍ ລ້ວນແຕ່ໄດ້ເຫັນດີຕໍ່ໃບສະເໜີຂອງລັດຖະບານ ກ່ຽວກັບເລື່ອງປັບປຸງລັດຖະບັນຍັດຄຸ້ມຄອງຕະຫຼາດຕາມທິດ ລົບລ້າງຄໍາວ່າ “ວາງແຜນຜັງ”

ຕອນເຊົ້າວັນທີ 22 ທັນວາ, ຢູ່ສໍານັກງານສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ, ຄະນະປະຈໍາສະພາແຫ່ງຊາດ ໄດ້ຮັບຮອງເອົາລັດຖະບັນຍັດສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະບັນຍັດ 4 ສະບັບ ທີ່ກ່ຽວຂ້ອງເຖິງການວາງແຜນຜັງ ດ້ວຍອັດຕາສ່ວນສະໜັບສະໜູນສູງ.

ຄະນະປະຈໍາສະພາແຫ່ງຊາດ ຮັບຮອງເອົາລັດຖະບັນຍັດສະບັບປັບປຸງ, ເພີ່ມເຕີມ ບາງມາດຕາຂອງ ລັດຖະບັນຍັດ 04 ສະບັບ ທີີ່ກ່ຽວຂ້ອງເຖິງການວາງແຜນຜັງ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເປັນປະທານກອງປະຊຸມ (ພາບ:quochoi.vn)

ຄໍາເຫັນຂອງກໍາມາທິການເສດຖະກິດສ່ວນຫຼາຍ ລ້ວນແຕ່ໄດ້ເຫັນດີຕໍ່ໃບສະເໜີຂອງລັດຖະບານ ກ່ຽວກັບເລື່ອງປັບປຸງລັດຖະບັນຍັດຄຸ້ມຄອງຕະຫຼາດຕາມທິດ ລົບລ້າງຄໍາວ່າ “ວາງແຜນຜັງ”.  ເລື່ອງພັດທະນາກໍາລັງຄຸ້ມຄອງຕະຫຼາດ ຈະໄດ້ປະຕິບັດຕາມແຜນການພັດທະນາກໍາລັງຄຸ້ມຄອງຕະຫຼາດ.

        ລັດຖະບັນຍັດບຸລິມະສິດສໍາລັບຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ໄດ້ຮັບການປັບປຸງ, ເພີ່່ມເຕີມ ຕາມທິດຂອງ ກະຊວງແຮງການ, ທະຫານເສຍອົງຄະ ແລະ ສັງຄົມ ສົມທົບກັບບັນດາອົງການກ່ຽວຂ້ອງ ກໍານົດບັນດາກິດຈະກໍາຈາລຶກຄຸນງາມຄວາມດີທະຫານເສຍສະຫຼະຊີວິດເພື່ອຊາດໃນບັນດາແຜນຜັງທີ່ກ່ຽວຂ້ອງ. ຕາມກົດໝາຍວ່າດ້ວຍການວາງຜັງແລ້ວ, ການວາງແຜນຜັງບັນດາກິດຈະກໍາຈາລຶກຄຸນງາມຄວາມດີຂອງທະຫານເສຍສະຫຼະຊີວິດເພື່ອຊາດ ຈະບໍ່ໄດ້ສ້າງຕ່າງຫາກ ເຊິ່ງຈະແມ່ນເນື້ອໃນນອນໃນແຜນການວາງແຜນຜັງຂອງເຂດ, ການວາງແຜນຜັງຂອງແຂວງ ຫຼືຂອງຕົວເມືອງ ແລະ ຊົນນະບົດ. ຄໍາເຫັນຂອງກໍາມາທິການເສດຖະກິດສ່ວນຫຼາຍ ແມ່ນໄດ້ເຫັນດີຕໍ່ຂໍ້ສະເໜີຂອງລັດຖະບານ.


ຕອບກັບ

ຂ່າວ/ບົດ​ອື່ນ