ຄະນະປະຈໍາສະພາແຫ່ງຊາດ ໃຫ້ຄໍາເຫັນກ່ຽວກັບງົບປະມານແຫ່ງລັດ ແລະ ແຜນຈັດແບ່ງງົບປະມານ

(VOVWORLD) -ເມື່ອປຶກສາຫາລືທີ່ກອງປະຊຸມ, ບັນດາຜູ້ແທນຖືວ່າ:  ຕ້ອງກໍານົດບັນຊີລາຍຊື່ບັນດາໂຄງການລົງທຶນສາທາລະນະຕາມລໍາດັບບຸລິມະສິດ...
ຄະນະປະຈໍາສະພາແຫ່ງຊາດ ໃຫ້ຄໍາເຫັນກ່ຽວກັບງົບປະມານແຫ່ງລັດ ແລະ ແຜນຈັດແບ່ງງົບປະມານ - ảnh 1 ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: VOV)

ໂດຍສືບຕໍ່ກອງປະຊຸມຄັ້ງທີ 28 ຂອງຄະນະປະຈໍາສະພາແຫ່ງຊາດ, ຕອນເຊົ້າວັນທີ 16 ຕຸລາ, ຄະນະປະຈໍາສະພາແຫ່ງຊາດຫວຽດນາມ ໄດ້ປະກອບຄໍາເຫັນ ໃສ່ບົດລາຍງານ ກ່ຽວກັບແຫຼ່ງງົບປະມານຍັງເຫຼືອຂອງງົບປະມານແຫ່ງລັດ ປີ 2017; ໝາກຜົນແຫ່ງການປະຕິບັດແຜນງົບປະມານ ປີ 2018, ແຜນງົບປະມານແຫ່ງລັດ ແລະ ແຜນຈັດແບ່ງງົບປະມານແຫ່ງລັດ ປີ 2019, ແຜນການການເງິນ-ງົບປະມານແຫ່ງລັດ ໄລຍະ 03 ປີ 2019 – 2021; ຕີລາຄາກາງສະໄໝ ກ່ຽວກັບການປະຕິບັດແຜນການການເງິນແຫ່ງຊາດ ໄລຍະ 5 ປີ ແຕ່ ປີ 2016 – 2020.

        ເມື່ອປຶກສາຫາລືທີ່ກອງປະຊຸມ, ບັນດາຜູ້ແທນຖືວ່າ:  ຕ້ອງກໍານົດບັນຊີລາຍຊື່ບັນດາໂຄງການລົງທຶນສາທາລະນະຕາມລໍາດັບບຸລິມະສິດ; ສ້າງແຜນການ, ບັນຊີລາຍຊື່ສໍາລັບແຫຼ່ງທຶນ ODA ໃຫ້ຊັດເຈນກວ່າອີກ, ພ້ອມທັງຊັບຊ້ອນແຫຼ່ງທຶນສົມທົບໃຫ້ພຽງພໍ, ຕ້ອງປະຕິບັດມະຕິຂອງສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ ໃຫ້ຖືກຕ້ອງ. ໄປຄຽງຄູ່ກັນນັ້ນ, ຄວນບຸລິມະສິດໃຫ້ບັນດາໂຄງການຮີບດ່ວນ, ບັນດາໂຄງການຈຸດສຸມ, ພິເສດແມ່ນ ຢູ່ບັນດາບໍລິເວນທີ່ມີເງື່ອນໄຂເສດຖະກິດ - ສັງຄົມຫຍຸ້ງຍາກ.

ຮອດຕອນບ່າຍວັນທີ 16 ຕຸລາ, ຄະນະປະຈໍາສະພາແຫ່ງຊາດ ໄດ້ປະກອບຄໍາເຫັນຕໍ່ເລື່ອງສືບຕໍ່ປະຕິບັດທົດລອງ ການອອກວິຊາທາງເອເລັກໂຕນິກ ໃຫ້ແກ່ຊາວຕ່າງປະເທດ ເຂົ້າ ຫວຽດນາມ. ພາຍຫຼັງການປະຕິບັດທົດລອງການອອກວິຊີທາງເອເລັກໂຕນິກ ໃຫ້ແກ່ຊາວຕ່າງປະເທດເຂົ້າຫວຽດນາມ ຕາມມະຕິສະບັບເລກທີ 30/2016 ຂອງສະພາແຫ່ງຊາດ, ລັດຖະບານໄດ້ລາຍງານຕໍ່ສະພາແຫ່ງຊາດກ່ຽວກັບໝາກຜົນແຫ່ງການປະຕິບັດທົດລອງການອອກວິຊາທາງເອເລັກໂຕນິກ ແລະ ສະເໜີຕໍ່ສະພາແຫ່ງຊາດ ອະນຸຍາດໃຫ້ສືບຕໍ່ປະຕິບັດນະໂຍບາຍດັ່ງກ່າວ. ຕາມຂໍ້ກໍານົດແລ້ວ, ການປະຕິບັດທົດລອງການອອກທາງເອເລັກໂຕນິກ ຈະຖືກຢຸດຕິນັບແຕ່ວັນທີວັນທີ 01 ກຸມພາ 2019 ເປັນຕົ້ນໄປ.

ນອກຈາກນັ້ນ, ຄະນະປະຈໍາສະພາແຫ່ງຊາດ ກໍໄດ້ໃຫ້ຄໍາເຫັນກ່ຽວກັບເລື່ອງກະກຽມກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຄາດວ່າ ຈະໄຂຂຶ້ນໃນວັນທີ 22 ຕຸລາ ແລະ ອັດລົງໃນວັນທີ 21 ພະຈິກ. ທ່ານ ຫງວຽນແຫ້ງຟຸກ ເລຂານຸການສະພາແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ ບົນພື້ນຖານຄົ້ນຄວ້າບັນດາຄໍາເຫັນປະກອບ, ໂຄງການດໍາເນີນງານຂອງບັນດາການນໍາພັກ, ລັດ; ສະພາແຫ່ງຊາດ ຈະປ່ອນບັດເລືອກຕັ້ງ ປະທານປະເທດ ໃນວັນທີ 23 ຕຸລາ. ພ້ອມກັນນັ້ນ, ສະພາແຫ່ງຊາດ ຈະພິຈາລະນາ, ຕັດສິນ ບຸກຄະລາກອນສະມາຊິກລັດຖະບານ ກ່ອນທີ່ປ່ອນບັດໄວ້ວາງໃຈ. 

ຕອບກັບ

ຂ່າວ/ບົດ​ອື່ນ